ທ້າຍເດືອນກໍ່ລະກົດ ຜ່ານມາ ນີ້ ກະຊວງສາທາລະນະສຸກ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະຫນັບສະຫນູນຈາກອົງການອະນາໄມ້ໂລກ ປະຈຳ ສປປ ລາວ ໄດ້ເຊື້ອເຊີນເອົາບັນດາສື່ມວນຊົນ ຈາກວິທະຍຸ, ໂທລະພາບ ແລະ ສື່ສີ່ງພີມ ອ້ອມຂ້າງສູນກາງ ເຂົ້າຮ່ວມກອງປະຊຸມສຳມະນາ ກ່ຽວກັບວັນພະຍາດອັກເສບຕັບໂລກ ໃນຫົວຂໍ້: ລົບລ້າງພະຍາດອັກເສບຕັບ. ພາຍໃຕ້ການເປັນປະທານເປີດ ຂອງ ທ່ານ ດຣ, ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານນາງ ຈູລຽດ ເຟີສ ຜູ້ຕາງຫນ້າຈາກອົງການອະນາໄມໂລກ ປະຈຳ ສປປ ລາວ, ເຂົ້າຮ່ວມ ມີຫົວຫນ້າ-ຮອງຫົວຫນ້າ ຈາກສູນຂ່າວສານການແພດ-ສຸຂະສຶກສາ, ຜູ້ຕາງຫນ້າ ຈາກສູນລະບາດວິທະຍາ, ຜູ້ຕາງຫນ້າຈາກ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ. ຜູ້ຕາງຫນ້າ ຈາກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາສື່ມວນຊົນ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມ, ຢ່າງພ້ອມພຽງ.
ກອງປະຊຸມສຳມະນາ ດັ່ງກ່າວ ເພື່ອສະເຫລີມສະຫລອງວັນພະຍາດອັກເສບຕັບໂລກ 28 ກໍລະກົດ, ພ້ອມທັງເປີດໂຕເຟສບຸກ ສູນຂ່າວສານການແພດ-ສຸຂະສຶກສາ ໃນການຕິດຕາມຂໍ້ມູນຂ່າວສານ ທາງດ້ານສຸຂະພາບ ແລະ ເຫດການຕ່າງໆ ທີ່ເກີດຂື້ນ ຢ່າງເປັນປະຈຳ ທາດ້ານສາທາລະນະສຸກ. ນອກຈາກນັ້ນ ຍັງເປັນການລາຍງານກ່ຽວກັບພະຍາດຕ່າງໆ ເປັນຕົ້ນ ໄຂ້ຫວັດສັດປິກ, ພະຍາດໄຂ້ຍຸງລາຍ ແລະ ພະຍາດອັກເສບຕັບ. ແກ່ສື່ມວນຊົນ ໃນການນຳມາເຜີຍແຜ່ຜົນຮ້າຍ ແລະ ວິທີປ້ອງກັນຕ່າງໆ, ໃນປີ 2017 ເພື່ອເປັນການສະເຫລີມສະຫລອງ ວັນພະຍາດອັກເສບຕັບໂລກ ອົງການອະນາໄມໂລກ ໄດ້ແນະນຳ ແລະ ປຸກລະດົມ ໃນການໂຄສະນາ ໂດຍກຳນົດຫົວຂໍ້ ລົບລ້າງພະຍາດອັກເສບຕັບ ຫລື Eliminate Hepatitis. ກ່ຽວກັບພະຍາດອັກເສບຕັບ ເປັນບັນຫາສຸຂະພາບອັນໃຫຍ່ຫລວງໃນທົ່ວໂລກ ແລະ ຕ້ອງການໃຫ້ມີການຕອບໂຕຕໍ່ພະຍາດດັ່ງກ່າວ, ໃນທ້າຍປີ 2015 ມີລາຍງານ ປະມານ 235 ລ້ານຄົນ ໃນທົ່ວໂລກ ທີ່ເປັນພະຍາດຕັບຊຳເຮື້ອ ໃນນັ້ນຕົວເລກຄາດຄະເນ ຜູ້ຕີດເຊື້ອໄວຣັດຕັບ ບີ ປະມານ 157 ລ້ານຄົນ , ແລະ ອີກ 71 ລ້ານຄົນ ແມ່ນຕິດເຊື້ອໄວຣັສ ຕັບ ຊີ. ຜ່ານມາ ມີພຽງຫນ້ອຍຄົນ ທີ່ເປັນພະຍາດຕັບ ໄດ້ເຂົ້າຮັບການຮັກສາປິ່ນປົວ ໂດຍສະເພາະໃນປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ. ໃນທ້າຍປີ 2015 ມີລາຍງານພຽງ 9 ສ່ວນຮ້ອຍ, ຂອງຜູ້ຕິດເຊື້ອໄວຣັສ ຕັບບີ ແລະ 20 ສ່ວນຮ້ອຍ ຜູ້ຕິດເຊື້ອໄວຣັສ ຕັບຊີ ທີ່ໄດ້ຮັບການກວດເລຶອດ ແລະ ບົ່ງມະຕີກ່ຽວກັບພະຍາດດັ່ງກ່າວ. ການຕິດເຊື້ອໄວຣັສ ຕັບອັກເສບ ເປັນສາເຫດການຕາຍຂອງຄົນເຈັບ ນັບມື້ນັບສູງຂື້ນ, ທຽບເທົ່າກັບການຕາຍຍ້ອນພະຍາດວັນນະໂລກ ແລະ ຫລາຍກວ່າການຕາຍ ຈາກພະຍາດ ເອດ ( ເຮັດໄອວີ) ສຳລັບຜູ້ຕິດເຊື້ອໄວຣັສຕັບ ລາຍໃຫມ່ ແມ່ນສຶບຕໍ່ມີຕົວເລກຂື້ນມາໃຫມ່ເລື້ອຍໆ ໂດຍສະເພາະ ອັກເສບ ຕັບຊີ. ສຳລັບເດັກ ອາຍຸລຸ່ມ 5 ປີ ທີ່ຕິດເຊື້ອຕັບ ບີ ແມ່ນ ຫລຸດລົງ 1,3 ສ່ວນຮ້ອຍ ໃນປີ 2015 ການສັກວັກຊີນ ອັກເສບຕັບບີ ແມ່ນອີກຊ່ອງທາງຫນຶ່ງໃນການປ້ອງກັນ ໂດຍສະເລ່ຍ ປະມານ 4,5 ລ້ານຄົນ/ປີ ທົ່ວໂລກ,
ໃນ ປີ 2015 ຈຳນວນ ຜູ້ໃຫຍ່ 1,7 ກວ່າລ້ານຄົນ ທີ່ຕິດເຊື້ອໃຫມ່ ຍ້ອນພະຍາດອັກເສບຕັບ ຊີ ແມ່ນເກີດມາຈາກການໃຊ້ສານເສບຕິດ ເຂົ້າທາງສາຍເລຶອດ ແລະ ຍ້ອນການສັກຢາທີ່ປອດໄພ ໃນສະຖານທີ່ບໍລິການທີ່ບໍ່ປອດໄພ ໃນບາງປະເທດ ແລະ ເປົ້າຫມາຍຂອງອົງການອະນາໄມໂລກ ກ່ຽວກັບການລຶບລ້າງ ພະຍາດດັ່ງກ່າວ ໃນປີ 2030 ອາດເປັນໄປໄດ້.
ກອງປະຊຸມສຳມະນາ ຄັ້ງນີ້ ໄດ້ນຳສະເຫນີການລະບາດພະຍາດໄຂ້ຍຸງ ແລະ ພະຍາດ ໄຂຫວັດສັດປິກ ໃນຈິນ, ການເປີດໂຕເຟສບຸກ ສູນຂ່າວສານການແພດ-ສຸຂະສຶກສາ ແລະ ການນຳໃຊ້ ສາຍດ່ວນ 166 ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ