ໃນວັນທີ 23 ກໍລະກົດ ຜ່ານມາ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບ ປກສ ແຂວງຫຼວງນໍ້າທາ ໄດ້ນໍາກໍາລັງເຂົ້າຈັບຕົວ ກຸ່ມຄ້າຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງ ເມືອງສິງ, ແຂວງຫຼວງນໍ້າທາ ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ພ້ອມຂອງກາງຢາບ້າ 100.000 ເມັດ.
ເຈົ້າໜ້າທີ່ວິຊາສະເພາະ ເປີດເຜີຍວ່າ: ຜູ້ຖືກຫາທັງ 3 ຄົນ ຄື: ທ້າວ ລໍຈາ ອາຍຸ 22 ປີ ຢູ່ບ້ານຈາພະ, ເມືອງຊຽງລາບ, ແຂວງທ່າຂີ້ເຫຼັກ, ປະເທດມຽນມາ, ທ້າວ ຢາແຫຼະ ອາຍຸ 20 ປີ ແລະ ທ້າວ ອາປາ ອາຍຸ 17 ປີ ທັງສອງຢູ່ບ້ານຈ່າແກ້ວ, ເມືອງລອງ, ແຂວງຫຼວງນໍ້າທາ ພ້ອມຂອງກາງຢາບ້າຈຳນວນ 50 ມັດ ເທົ່າກັບ 100.000 ເມັດ ໂທລະສັບຈຳນວນ 5 ເຄື່ອງ, ເງິນກີບຈຳນວນ 474.000 ກີບ, ເງິນບາດ 1.030 ບາດ ແລະ ລົດຈັກຮອນດາເວບ 100 ສີແດງ ທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວຊື່ - ຂາຍຢາເສບຕິດຄັ້ງນີ້ 1 ຄັນ.
ປັດຈຸບັນ, ພວກກ່ຽວຍັງຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ ເພື່ອຕິດຕາມຈັບມາດຳ ເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂອບໃຈຂໍມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ