ໃນວັນທີ 13 ກໍລະກົດ 2017, ເຈົ້າໜ້າທີ່ໝ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ປກສ ກຸ່ມສີຖານ ແລະ ອຳນາດການປົກຄອງບ້ານຂຸນຕາທົ່ງ ເຂົ້າກວດຄົ້ນ ຮ້ານເກມແຫ່ງໜຶ່ງເຂດບ້ານຂຸນຕາທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພ້ອມຈັບຕົວທ້າວ ກິນດາວອນ ອາຍຸ 30 ປີ, ຢູ່ບ້ານໜອງປາໄນ, ເມືອງສີໂຄດຕະບອງ ພ້ອມຂອງກາງຢາບ້າ 183 ເມັດ ໄປດໍາເນີນຄະດີ.
ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ຮັບລາຍງານວ່າ: ຢູ່ຮ້ານເກມແຫຼ່ງໜຶ່ງເຂດບ້ານຂຸນຕາທົ່ງ ມີຜູ້ລັກລອບເອົາຢາບ້າເຂົ້າໄປຂາຍໃຫ້ບັນດາໄວລຸ້ນທີ່ຫຼິ້ນເກມ ພ້ອມທັງມົ້ວສຸມຢູ່ໃນຮ້ານ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມເຫັນວ່າມີຄວາມຈິງ.
ມາຮອດວັນທີ 13 ກໍລະກົດ 2017, ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນຮ້ານເກມດັ່ງກ່າວ. ຜ່ານການກວດຄົ້ນພົບເຫັນທ້າວ ກິນດາວອນ ທໍາທ່າມີພິລຸດ ໃນຂະນະທີ່ກໍາລັງຈົກເອົາຢາບ້າໃນຖົງໂສ້ງໄປຖິ້ມ ແຕ່ຖືກເຈົ້າໜ້າທີ່ຈັບໄດ້ກ່ອນ. ຈາກນັ້ນ, ກໍຖືກເຈົ້າໜ້າທີ່ນຳໄປສືບສວນ - ສອບສວນ ແລະ ດຳເນີນຄະດີຕາມກົດໝາຍ.
ຂອບໃຈຂໍມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ