ກອງປະຊຸມປຶກສາຫາລືກ່ຽວກັບຂໍ້ຫຍຸ້ງຍາກໃນການດຳເນີນທຸລະກິດໄມ້ ສຳລັບ ຫົວໜ່ວຍທຸລະກິດໄມ້ (ເຟີນີເຈີ) ທີ່ຈັດໂດຍ ສະມາຄົມເຟີນີເຈີລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈະເປັນການປຶກສາຫາລື, ຄົ້ນຄວ້າລາຍການບັນຊີໄມ້ ທີ່ລັດອະນຸຍາດໃຫ້ສົ່ງອອກ ແລະ ລາຍການຜະລິດຕະພັນໄມ້ ທີ່ຜູ້ປະກອບການຜະລິດອອກມາ ເພື່ອເປັນຂໍ້ມູນສະເໜີຄືນຕໍ່ຂະແໜງການກ່ຽວຂ້ອງຂອງລັດ ພິຈາລະນາເພີ່ມຕື່ມ ເພື່ອໃຫ້ສາມາດສົ່ງອອກຜະລິດຕະພັນໄມ້ໄປຕ່າງປະເທດໄດ້ຈາກລາຍການທີ່ກຳນົດ. ກອງປະຊຸມພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສຽວສະຫວາດ ສະແຫວງສຶກສາ, ປະທານທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ຄຳໄພ ສົມຊະນະ, ປະທານສະມາຄົມເຟີນີເຈີລາວ ແລະ ມີບັນດາທ່ານຮອງປະທານສະມາຄົມເຟີນີເຈີລາວ ແລະ ບັນດາຜູ້ອຳນວຍການໂຮງງານເຟີນີເຈີໄມ້ ເຂົ້າຮ່ວມ.
ຊຶ່ງທ່ານ ສຽວສະຫວາດ ສະແຫວງສຶກສາ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ໃນ 4 ຫົວຂໍ້ໃຫຍ່ ແມ່ນຢາກເນັ້ນ ໃຫ້ລົງເລິກບາງບັນຫາ ເປັນຕົ້ນ: ໃຫ້ສະມາຄົມເຟີນີເຈີລາວ ແຍກບັນຊີຜະລິດຕະພັນໄມ້ປູກ ອອກຈາກ ໄມ້ທຳມະຊາດ ແລະ ສ້າງມາດຕະຖານຂອງຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ເພື່ອຈະໄດ້ນຳເອົາບັນຫາຂຶ້ນສະເໜີຕໍ່ຂັ້ນເທິງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງພິຈາລະນາ.
ທາງດ້ານທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນີເຈີລາວ ໄດ້ໃຫ້ສຳພາດກັບລາຍການເມືອງລາວວັນນີ້ ວ່າ: ປັດຈຸບັນ ຜະລິດຕະພັນຂອງສະມາຄົມເຟີນີເຈີລາວ ແມ່ນມີຕະຫຼາດຕ້ອງການ ແຕ່ບໍ່ສາມາດສົ່ງອອກໄດ້, ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການເຟີນິເຈີ ເພາະລຳພັງຕະຫລາດພາຍໃນ ຄວາມອາດສາມາດ ຫລື ກຳລັງການຊື້ແມ່ນບໍ່ສູງ ແລະ ເນື່ອງຈາກຜະລິດຕະພັນສິນຄ້າສ່ວນໃຫຍ່ ແມ່ນມີຂະໜາດເກີນມາດຖານ 12 ລາຍການ ບັນຊີທີ່ລັດອະນຸຍາດໃຫ້ສົ່ງອອກໄດ້. ສະນັ້ນ, ກອງປະຊຸມຄັ້ງນີ້ ແມ່ນຕໍ່ຍອດຄວາມຄິດເຫັນ ເພື່ອຂໍໃຫ້ເພີ່ມລາຍການບັນຊີໄມ້ໃຫ້ສາມາດສົ່ງອອກໄດ້ ເປັນຕົ້ນແມ່ນ: ຂະໜາດຂອງຜະລິດຕະພັນສຳເລັດຮູບ ເພື່ອໃຫ້ຜູ້ປະກອບການປຸງແຕ່ງໄມ້ສາມາດສົ່ງສິນຄ້ານອກຈາກ 12 ລາຍການທີ່ກຳນົດ. ທັງນີ້ ກໍ່ເພື່ອໃຫ້ຜູ້ປະກອບການເຟີນິເຈີສາມາດດຳເນີນທຸລະກິດຢູ່ຕໍ່ໄປໄດ້. ແລະ ພ້ອມນັ້ນ ຕໍ່ບັນຫາແຫຼ່ງວັດຖຸດິບ ເປັນຕົ້ນແມ່ນ ໄມ້ທີ່ລັດຖະບານຍຶດໄດ້ ແລະ ປະມູນ ເຊິ່ງຜ່ານມາ ສະມາຊິກສະມາຄົມເຟີນີເຈີລາວ ຍັງບໍ່ທັນເຂົ້າເຖິງໄດ້ ເພື່ອນຳໄມ້ເຫລົ່ານັ້ນມາປຸງແຕ່ງເປັນຜະລິດຕະພັນເພື່ອສົ່ງຂາຍ.
ມີສຽງສຳພາດທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນີເຈີລາວ ມາໃຫ້ຟັງປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ