ໃນວັນທີ 28 ກໍລະກົດ ທີ່ຜ່ານມາ ທີ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ. ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີພີ ໄຊໂຍ ເອັນເຕີເທນເມັນ ໄດ້ຖະແຫຼງຂ່າວງານວາງສະແດງລົດນານາຊາດ ວຽງຈັນ ຄັ້ງທີ II ໂດຍການເຂົ້າຮ່ວມຂອງ ທ່ານ ສີສັງຄົມ ໂຄດໂຍທາ, ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ພອນຈັນ ເພັງສຸວັນ, ປະທານ ບໍລິສັດ ພີພີ ໄຊໂຍ ເອັນເຕີເທນເມັນ ພ້ອມດ້ວຍສືມວນຊົນເຂົ້າຮ່ວມ.
ງານວາງສະແດງລົດນານາຊາດ ວຽງຈັນ ຄັ້ງທີ 2 ຫລື Vientiane International Motor expo 2017 ແມ່ນຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ເຊິ່ງພາຍໃຕ້ແນວຄວາມຄິດ ທີ່ວ່າ: ການປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ. ຖືເປັນການສະແດງສັກກະຍະພາບຂອງຜູ້ປະກອບການໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການສ້າງຄວາມສາມາດໃນການຈັດງານທີ່ມີຄວາມຍິ່ງໃຫຍ່ລະດັບສາກົນ. ຍັງເປັນການຊ່ວຍກະຕຸ້ນກິດຈະກໍາທາງດ້ານເສດຖະກິດ ແລະ ເພີ່ມມູນຄ່າທາງດ້ານເສດຖະກິດຂອງປະເທດ ເຊັ່ນ: ການຊື້-ຂາຍ, ການຈັບຈ່າຍໃຊ້ສອຍ, ການບໍລິໂພກ, ການຈ້າງງານ ແລະ ອື່ນໆ ໃຫ້ມີຄວາມຄຶກຄື້ນຂຶ້ນຕື່ມ. ປະເພດສິນຄ້າ ແລະ ບໍລິ ການ ທີ່ວາງສະແດງໃນງານ ເຊັ່ນ: ລົດໄຟຟ້າ, ລົດພະລັງງານແສງອາທິດ, ລົດໃຫຍ່, ລົດຈັກ, ລົດບັນທຸກ, ລົດກົນຈັກ ແລະ ເຄື່ອງອຸປະກອນເສີມການຕົບແຕ່ງທີ່ປະຢັດພະລັງງານ.
ສຳລັບ, ງານດັ່ງກ່າວແມ່ນຈັດທັງໝົດ 9 ວັນ ເລີ່ມແຕ່ວັນທີ 10-18 ພະຈິກ 2017 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ນະຄອນຫຼວງວຽງຈັນ. ຊຶ່ງຄາດຄະເນຍອດການ ຊື້-ຂາຍ ພາຍໃນງານຂອງຄ້າຍລົດທີ່ເຂົ້າຮ່ວມ ຈະເພີ່ມຂື້ນ 15 - 20 ສ່ວນຮ້ອຍ ໃນແຕ່ລະວັນຈະມີຜູ້ເຂົ້າຮ່ວມງານ ປະມານ 7 ຫມື່ນກວ່າຄົນ ແລະ ຈະມີບໍລິສັດລົດ, ບໍລິສັດທີ່ກ່ຽວຂ້ອງກັບອຸປະກອນຕົບແຕ່ງລົດ, ຮ້າງຮ້ານເຂົ້າຮ່ວມ 100 ກວ່າບໍລິສັດ.
Editor: ດາວໄຊ ສີວິໄລ