ຄອບຄົວ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ລົງເຄື່ອນໄຫວເຮັດກິດຈະກຳ ເພື່ອເປັນການຊ່ວຍເຫຼືອສັງຄົມ ເຊິ່ງນຳພາໂດຍ ທ່ານ ຈັນທອນ ສິດທິໄຊ, ຜູ້ອໍານວຍການໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ແລະ ທ່ານ ນາງ ສະຫວັນທອງ ພົງສະຫັວນ, ປະທານ ບໍລິສັດ ຂັວນໃຈການຄ້າ ຂາເຂົ້າ - ຂາອອກ ຈຳກັດ ພ້ອມດ້ວຍທີມງານປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ຢ່າງພ້ອມພຽງ.
ຊຶ່ງໃນຕອນເຊົ້າຂອງວັນທີ 29 ກໍລະກົດ ທີ່ຜ່ານມາ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ໄປມອບເຄື່ອງຊ່ວຍເຫລືອ ໃຫ້ກັບສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ຈຳນວນ 113 ຄອບຄົວ ທີ່ບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ, ເຊິ່ງເຄື່ອງທີ່ໄດ້ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ຜ້າຫົ່ມ, ເສື້ອຢືດ, ປື້ມຂຽນ ແລະ ປະເພດເຄື່ອງໃຊ້ອື່ນໆ ເຊິ່ງລວມເປັນມູນຄ່າ 23.980.000 ກີບ.
ພ້ອມດຽວກັນນັ້ນ ຄອບຄົວ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ກໍ່ໄດ້ເດີນທາງຕໍ່ ເພື່ອໄປຖວາຍເຄື່ອງອຸປະໂພກ - ບໍລິໂພກ ໃຫ້ກັບວັດຕ່າງໆພາຍໃນເມືອງ ທຸລະຄົມ, ແຂວງ ວຽງຈັນ ເຊັ່ນ: ໃນເວລາ 09:45 ໃນວັນດຽວກັນ ຄອບຄົວ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ກໍ່ໄດ້ເຂົ້າໄປຖວາຍເຄື່ອງອຸປະໂພກ - ບໍລິໂພກ ໃຫ້ກັບວັດຖ້ຳພະພູຄຳ. ຫລັງຈາກນັ້ນໃນເວລາ 10:00 ຄອບຄົວ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ກໍ່ໄດ້ເຂົ້າໄປຖວາຍເຄື່ອງອຸປະໂພກ - ບໍລິໂພກ ໃຫ້ກັບວັດພູພະຈັນ ແລະ ກໍ່ໄດ້ອອກເດີ່ນທາງຕໍ່ໄປຖວາຍເຄື່ອງອຸປະໂພກ - ບໍລິໂພກ ໃຫ້ກັບວັດພະບາດນາເຜີຍ ຕື່ມອີກ.
Editor: ດາວໄຊ ສີວິໄລ