ວັນທີ 28/7/2017 ຜ່ານມານີ້, ທ່ານ ປະລິນຍາເອກ ນາມ ວິຍະເກດ ເຈົ້າແຂວງອັດຕະປື, ພ້ອມດ້ວຍ ທ່ານຮອງເຈົ້າແຂວງ ແລະ ຄະນະຕ້ານໄພພິບັດຂັ້ນແຂວງ ໄດ້ຕັດສິນໃຈນັ່ງລົດຕ໋ອກໆລົງເຄື່ອນໄຫວຢ້ຽມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພນ້ຳຖ້ວມ ໃນເຂດເມືອງສະໜາມໄຊ ໂດຍມີ ທ່ານ ຮອງເຈົ້າເມືອງເປັນຜູ້ພາທາງ. ການລົງເຄື່ອນໄຫວຄັ້ງນີ້ ແມ່ນນຳໃຊ້ເຮືອເປັນພາຫະນະ ໂດຍເລີ່ມຈາກທ່າເຮືອແພເທສະບານແຂວງ ລ່ອງຕາມລຳນ້ຳເຊກອງ ລົງຫາປາກເຊປຽນ ຊາຍແດນລາວ-ກຳປູເຈຍ ແລະ ເລາະຂື້ນຕາມລຳນ້ຳເຊປຽນ-ເຊຄຳພໍ ໂດຍໄດ້ໄປຢ້ຽມຢາມພໍ່ແມ່ປະຊາຊົນບ້ານໝອງແຂ້ ແລະ ພົບປະໂອ້ລົມກັບອົງການຈັດຕັ້ງຂອງບ້ານ, ໃນໂອກາດດັ່ງກ່າວ ທ່ານ ຄຳພຸດ ສັນຕີ ພະນັກງານຮາກຖານ ຫົວໜ້າກຸ່ມປາກບໍ່ ກໍ່ໄດ້ລາຍງານສະພາບຜົນເສຍຫາຍຈາກໄພນ້ຳຖ້ວມ ໃນນີ້ກຸ່ມປາກບໍ່ ແມ່ນ ຕັ້ງຫ່າງຈາກເມືອງສະຫນາມໄຊ ໄປທາງທິດຕາເວັນຕົກສ່ຽງເຫນືອປະມານ ເກືອບ 60 km ມີເສັ້ນທາງທຸລະການດານ ລະດູຝົນເກືອບວ່າຖືກຕັດຂາດ ການສັນຈອນແມ່ນໃຊ້ທາງນ້ຳ ແຕ່ການກໍ່ສ້າງເສັ້ນທາງເຂົ້າຫາ ກຸ່ມປາກບໍ່; ກຸ່ມຫນອງມ່ວງມັດກາ ສະພາທ້ອງຖິ່ນໄດ້ຮັບຮອງແລ້ວ ຄາດວ່າຈະລົງມື ໃນທ້າຍລະດູຝົນນີ້. ກຸ່ມປາກບໍ່ ລວມມີ 4 ບ້ານ ຕັ້ງລຽບຕາມເຊຄຳພໍ ແລະ ເຊປຽນ ຄື: ບ້ານປາກບໍ່, ໜອງແຂ້, ບ້ານດອນ, ບ້ານໂພນສະອາດ ລວມ 4 ບ້ານມີ 447 ຫຼັງຄາເຮືອນ, 507 ຄອບຄົວ, ພົນລະເມືອງ 2.428 ຄົນ, ມີເນື້ອນທີ່ນາ 422 ເຮັກຕາ, ຖືກນ້ຳຖ້ວມ 232 ເຮັກຕາ, ຖ້ວມສວນ 60 ເຮັດຕາ, ລົດໄຖ 2 ຄັນ, ສ່ວນລາຍລະອຽດຂອງຜົນເສຍຫາຍແມ່ນຍັງບໍ່ທັນຊັດເຈນ ເນື່ອງຈາກນ້ຳຍັງບໍ່ທັນບົກ ແລະ ບໍ່ທັນສາມາດລົງກວດກາຜົນເສຍຫາຍຕົວຈິງໄດ້ ເຊິ່ງເຂດປາກບໍ່ ເມືອງສະໝາມໄຊ ແມ່ນເປັນເຂດໜື່ງທີ່ເປັນພື້ນທີ່ຕ່ຳ ແລະ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຢູ່ທຸກປີ ໂດຍສະເພາະ ຜົນກະທົບຈາກນ້ຳເຊປຽນ ແລະ ເຊຄຳພໍ
ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ກໍ່ໄດ້ສະແດງຄວາມເຫັນໃຈ ແລະ ເປັນຫ່ວງ ຕໍ່ສະພາບຜົນເສຍຫາຍທີ່ເກີດຂື້ນ ພ້ອມທັງຊີ້ນຳໃຫ້ອຳນາດການປົກຄອງບ້ານ ແລະ ອົງການອົງການຈັດຕັ້ງຕ່າງ ພ້ອມກັນມີສະຕິເພື່ອກຽມຮັບມືກັບໄພທຳມະຊາດ ທີ່ອາດຈະເກີດຂື້ນອີກໃນຕໍ່ໜ້າ ພ້ອມນັ້ນ, ກໍ່ຕ້ອງເບິ່ງແຍງຊີວີດການເປັນຢູ່ ໂດຍສະເພາະພະຍາດທີ່ມາກັບນ້ຳຖ້ວມ, ສຳລັບແຜນພື້ນຟູ ທົດແທນຜົນເສຍຫາຍ ແມ່ນຈະໄດ້ສົ່ງວີຊາການລົງມາສົມທົບກັບບ້ານ ພາຍຫຼັງສະພາບນ້ຳກັບສູ່ປົກກະຕິ.
ເຊິ່ງຜົນກະທົບຈາກພະຍຸ SONCA ຢູ່ແຂວງອັດຕະປື ຖ້າທຽບໃສ່ ຜົນກະທົບພະຍຸປີຜ່ານມາແມ່ນ ບໍ່ໄດ້ຮັບຜົນເສຍຫາຍຫຼາຍ ຕາມຕົວເລກວັດແທກນ້ຳເຊ ເຂດເທດສະບານແຂວງ ຂື້ນຮອດ 13,67 cm ທຽບໃສ່ຈຸດເຕືອນໄພແມ່ນ 14.00 cm ອາດຈະເນື່ອງຈາກແຂວງອັດຕະປື ມີການກໍ່ສ້າງຫຼາຍເຂື່ອນ ເຊິ່ງເປັນບ່ອນຮອງຮັບປະລິມານນ້ຳໄວ້.
Editor: ກຳປານາດ ລັດຖະເຮົ້າ