ເຫດນໍ້າໄຫລຊຸແຮງໃນເມືອງແກ່ນທ້າວ ແຂວງໄຊຍະບູລີ ພາຍຫລັງພາຍຸດີເຟຣດຊັນໂຊນກາ ພັດຜ່ານນັບແຕ່ວັນທີ 25-27 ກໍລະກົດ 2017 ນີ້ ເຊິ່ງກໍ່ໃຫ້ເກີດຝົນຕົກແຮງ ແລະ ປະລິມານນໍ້າຈາກສາຂາແມ່ນໍ້ານ້ອຍ-ໃຫຍ່ ລົ້ນຝັ່ງເຂົ້າຖ້ວມບ້ານເຮືອນ ແລະ ພື້ນທີ່ການຜະລິດຂອງປະຊາຊົນ.
ແຫລ່ງຂ່າວຈາກອໍານາດການປົກຄອງທ້ອງຖິ່ນພາຍໃນແຂວງໄຊຍະບູລີ ໄດ້ເປີດເຜີຍວ່າ: ເນື່ອງຈາກເກີດມີຝົນຕົກໜັກ ໃນກາງຄືນຂອງວັນທີ 27-28 ກໍລະກົດ 2017 ເຮັດໃຫ້ນ້ຳຫລາຍສາຍເພີ່ມສູງຂຶ້ນ ແລະ ໄຫລຊຸບ້ານເຮືອນຂອງປະຊາຊົນ ຢ່າງກະທັນຫັນ ຢູ່ບ້ານກົງແດງ ແລະ ບ້ານໜອງ ໃນເມືອງແກ່ນທ້າວ,ແຂວງໄຊຍະບູລີ ສົ່ງຜົນເຮັດໃຫ້ເກີດຄວາມເສຍຫາຍ 89 ຫລັງຄາເຮືອນ ພ້ອມນີ້ຍັງມີຊັບສິນຂອງປະຊາຊົນຈໍານວນໜຶ່ງເສຍຫາຍ.
ທ່ານ ອຳຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວ ພ້ອມຄະນະ ໄດ້ລົງຕິດຕາມສະພາບໄພນ້ຳຖ້ວມຄັ້ງນີ້ ພ້ອມເປີດເຜີຍວ່າ: ສະເພາະບ້ານກົງແດງ ມີປະຊາຊົນທັງໝົດ 204 ຄອບຄົວ, ເຊິ່ງໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມມີຈຳນວນ 32 ຄອບຄົວ ໃນນີ້ ເສຍຫາຍໜັກ 13 ຄອບຄົວ, ເຮືອນຖືກນ້ຳຊຸ ໄຫລໜີ 2 ຫລັງ, ເລົ້າເຂົ້າ 1 ຫລັງ ລວມທັງໄຮ່ນາ ແລະ ສວນ ເສຍຫລາຍຈຳນວນຫລາຍ.
ສ່ວນບ້ານໜອງ ມີປະຊາຊົນທັງໝົດ 355 ຄອບຄົວ, ໄດ້ຮັບຜົນກະທົບ 57 ຫລັງຄາ, ເສຍຫາຍໜັກ 45 ຄອບຄົວ ແລະ ເສຍຊີວິດ 1 ຄົນ, ພ້ອມນັ້ນ ຍັງສ້າງຄວາມເສຍຫາຍໃຫ້ແກ່ເນື້ອທີ່ໄຮ ນາ ສວນ ຈຳນວນບໍ່ໜ້ອຍເຊັ່ນກັນ.
ທ່ານ ຮອງເຈົ້າເມືອງແກ່ນທ້າວກ່າວຕື່ມອີກວ່າ: ພາຍຫລັງເກັບກຳຂໍ້ມູນ ແລະ ປະເມີນຜົນເສຍຫາຍອັນລະອຽດແລ້ວ ຈະໄດ້ສະເໜີໃຫ້ຄະນະນຳແຂວງໄດ້ຮັບຊາບ ເພື່ອດຳເນີນການຊ່ວຍເຫລືອໂດຍໄວ. ຢ່າງໃດກໍຕາມ ການລົງຕິດຕາມສະພາບນ້ຳຖ້ວມຢູ່ສອງບ້ານຄັ້ງນີ້ ກໍໄດ້ນຳເອົານ້ຳດື່ມ, ອາຫານ ແລະ ອື່ນ ໄປປະກອບສ່ວນຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ ທັງໃຫ້ກຳລັງໃຈແກ່ປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍທັງ 89 ຄອບຄົວ. ພ້ອມນັ້ນ ຍັງໄດ້ເຕືອນປະຊາຊົນ ທັງສອງບ້ານໃຫ້ມີສະຕິລະວັງຕົວຕື່ມ ເພາະຍັງມີສະພາບຝົນຍັງຈະສືບຕໍ່ຕົກ.
Editor: ກຳປານາດ ລັດຖະເຮົ້າ