ໃນລະຫວ່າງວັນທີ 25-26 ແລະ 27 ກໍລະກົດ 2017 ພະຍຸເຊີນກາ ໄດ້ພັດເຂົ້າມາຍັງພາກໃຕ້ຂອງ ສປປ ລາວ ເຮັດໃຫ້ນ້ຳຖ້ວມ ໃນຫລາຍບ້ານ ທີ່ຢູ່ພາຍໃນແຂວງພາກໃຕ້ ຂອງລາວ ແລະ ທີ່ແຂວງຈຳປາສັກ ມີຫລາຍເມືອງ, ຫລາຍບ້ານ ໄດ້ຮັບຜົນກະທົບ ທາງດ້ານພື້ນຖານໂຕງລາງ, ຖະຫນົນຫົນທາງ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານການໃນລະຫວ່າງວັນທີ 25-26 ແລະ 27 ກໍລະກົດ 2017 ພະຍຸເຊີນກາ ໄດ້ພັດເຂົ້າມາຍັງພາກໃຕ້ຂອງ ສປປ ລາວ ເຮັດໃຫ້ນ້ຳຖ້ວມ ໃນຫລາຍບ້ານ ທີ່ຢູ່ພາຍໃນແຂວງພາກໃຕ້ ຂອງລາວ ແລະ ທີ່ແຂວງຈຳປາສັກ ມີຫລາຍເມືອງ, ຫລາຍບ້ານ ໄດ້ຮັບຜົນກະທົບ ທາງດ້ານພື້ນຖານໂຕງລາງ, ຖະຫນົນຫົນທາງ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານການຜະລິດທາງດ້ານກະສິກຳ ຕ່າງໆ.
ດັ່ງນັ້ນ 27 ກໍລະກົດ 2017 ຜ່ານມາ, ທີ່ແຂວງຈຳປາສັກ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ພ້ອມດ້ວຍ ທ່ານ ສຸປານີ ສີລິປຸນໂຍ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີ ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ, ໂດຍມີ ພຣະອາຈານ ຄຳພັກ ພົມມະໄຊ ປະທານ ອພສ ເມືອງຊະນະສົມບູນ ພ້ອມດ້ວຍການນຳຈາກຂະແໜງການ ທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຢ້ຽມຢາມບັນດາບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຂດບ້ານບຸ່ງຄ້າ, ບ້ານຄີລີ ແລະ ບ້ານດອນແຊ ເມືອງຊະນະສົມບູນ, ເພື່ອກະກຽມວາງແຜນຕອບໂຕ້ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຈາກພະຍຸ ເຊີນກາ ໃນປີນີ້
ຕໍ່ມາ ໃນວັນທີ 28 ກໍລະກົດ 2017 ຜ່ານມາ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳພະແນກການກ່ຽວຂ້ອງຂອງແຂວງ, ການນຳຂອງເມືອງປະທຸມພອນ ໄດ້ເຄື່ອນຕິດຕາມສະພາບເສັ້ນທາງ 18 ເອ, ທີ່ຂາດ ຢູ່ເຂດບ້ານທ່າຮູ້ ເມືອງປະທຸມພອນ ພົບວ່າ ເກີດຄວາມເສຍຫາຍຫລາຍສົມຄວນ, ທັງນີ້ເພື່ອຊີ້ນຳການປັບປຸງແກ້ໄຂເສັ້ນທາງ ໃຫ້ສາມາດສັນຈອນໄປມາໄດ້ ໂດຍໄວ.
ໃນວັນທີ 29 ກໍລະກົດ 2017, ທ່ານ ສຸປານີ ສີລິປຸນໂຍ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ນຳເອົານ້ຳດື່ມ ຈຳນວນ 50 ແກັດ ແລະ ອາຫານແຫ້ງ ປະເພດໝີ່ ຈຳນວນໜຶ່ງ ໄປມອບໃຫ້ອຳນາດການປົກຄອງບ້ານຄີລີ ເມືອງຊະນະສົມບູນ ເພື່ອຊ່ວຍເຫຼືອແບ່ງບັນເທົາທຸກໃນເບື້ອງຕົ້ນ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຄັ້ງໃນວັນທີ 25-27/7/2017 ທີ່ຜ່ານມາ, ການຊ່ວຍເຫລືອດັ່ງກ່າວ ຍັງຈະສຶບຕໍ່ ໄປຍັງບ້ານອື່ນໆ ທີ່ໄດ້ຮັບຜົນກະທົບ ພາຍໃນບ້ານເປົ້າຫມາຍ.
Editor: ກຳປານາດ ລັດຖະເຮົ້າ