ໃນວັນທີ 28 ກໍລະກົດ ທີ່ຜ່ານມາ ທີ່ສະມາຄົມນັກຂ່າວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ກົມສົ່ງເສີມສິນຄ້າສົ່ງເສີມ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີພີ ໄຊໂຍ ເອັນເຕີເທນເມັນ ໄດ້ຖະແຫລງຂ່າວ ກ່ຽວກັບງານວາງສະແດງລົດນານາຊາດ ວຽງຈັນ ຄັ້ງທີ 2 ຈື້ນ ໂດຍການເປັນປະທານ ຂອງ ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວຫນ້າກົມສົ່ງເສີມສຶນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ພອນຈັນ ເພັງສຸວັນ ປະທານບໍລິສັດ ພີພີ ໄຊໂຍ ເອັນເຕີເທນເມັນ ໄດ້ຖະແຫຼງຂ່າວຕໍ່ສືມວນຊົນວ່າ: ງານວາງສະແດງລົດນານາຊາດ ວຽງຈັນ 2017 ແມ່ນຈະໄດ້ສ້າງຂຶ້ນເປັນຄັ້ງທີ 2 ເຊິ່ງພາຍໃຕ້ແນວຄວາມຄິດທີ່ວ່າ: ການປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ, ຖືເປັນການສະແດງສັກກະຍະພາບຂອງຜູ້ປະກອບການໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການສ້າງຄວາມສາມາດໃນການຈັດງານທີ່ມີຄວາມຍິ່ງໃຫຍ່ລະດັບສາກົນ. ຍັງເປັນການຊ່ວຍກະຕຸ້ນກິດຈະກໍາທາງດ້ານເສດຖະກິດ ແລະ ເພີ່ມພູມຄ່າທາງດ້ານເສດຖະກິດຂອງປະເທດ ເຊັ່ນ: ການຊື້ຂາຍ, ການຈັບຈ່າຍໃຊ້ສອຍ, ການບໍລິໂພກ, ການຈ້າງງານ ແລະ ອື່ນໆໃຫ້ມີຄວາມຄຶກຄື້ນຂຶ້ນຕື່ມ. ປະເພດສິນຄ້າ ແລະ ບໍລິການທີ່ວາງສະແດງໃນງານເຊັ່ນ: ລົດໄຟຟ້າ, ລົດພະລັງງານແສງອາທິດ, ລົດໃຫຍ່, ລົດຈັກ, ລົດບັນທຸກ, ລົດກົນຈັກ ແລະ ເຄື່ອງອຸປະກອນເສີມ ການຕົບແຕ່ງທີ່ປະຢັດພະລັງງານ. ງານດັ່ງແມ່ນຈັດທັງໝົດ 9 ມື້. ເລີ່ມແຕ່ວັນທີ 10 ຫາ 18 ພະຈິກ 2017 ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ). ນະຄອນຫຼວງວຽງຈັນ. ເພື່ອເປັນການສ້າງຜົນປະໂຫຍດທາງເສດຖະກິດ ແລະ ສ້າງລາຍຮັບເຂົ້າສູ່ປະເທດ. ເປັນການຊຸກຍູ້ບັນຍາກາດທາງດ້ານເສດຖະກິດ ເຊັ່ນ: ການລົງທຶນພາຍໃນ ແລະ ຕ່າງປະເທດ, ເປັນການຈັດຕັ້ງປະຕິບັດຕາມແຜນຍຸດທະສາດການພັດທະນາ ຂອງລັດຖະບານ ສປປ ລາວ ໃຫ້ປະກົດຜົນເປັນຈິງ ເພື່ອໃຫ້ປະເທດຊາດຫຼຸດພົ້ນອອກຈາກປະເທດທີ່ດ້ອຍພັດທະນາ ໃນປີ 2020 ແຜນການສົ່ງເສີມການວາງສະແດງສິນຄ້າ, ແຜນງານການສົ່ງເສີມການມີວຽກເຮັດງານທຳ, ຍົກສູງຄຸນນະພາບຂອງສິນຄ້າທັງ ຫັດຖະກຳ, ກະສິກຳ, ອຸດສາຫະກຳ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ