ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ຄົບຮອບ 17 ປີ, ໃນປີ 2017 ຄະນະກຳມການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຂື້ນໃນວັນທີ 29 ກໍລະກົດ 2017 ນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ( ຜູ້ປະຈຳການ) ເຂົ້າຮ່ວມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ອົງການທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງສັງຄົມ ກະຊວງ, ອົງການຈາກສູນກາງ, ອ້ອມຂ້າງສູນກາງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ການສະເຫລີມສະຫລອງ ເນື່ອງໃນວັນສາກົນເພື່ອຕ້ານການຄ້າມະນຸດ ໃນປີນີ້ ແມ່ນມີຫລາຍກິດຈະກຳ ມີທັງການສະແດງສິລະປະ-ວັນນະຄະດີ, ລະຄອນ ເວທີ ທີ່ສະທ້ອນເຖິງການຖືກຕົວະຕົ້ມຫລອກລວງ ການຄ້າມະນຸດ, ການມອບລາງວັນແກ່ຜູ້ຊະນະການອອກແບບໂລໂກ້ ແລະ ອີກຫລາຍກິດຈະກຳ. ໃນພິທີທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ( ຜູ້ປະຈຳການ) ໄດ້ຂື້ນກ່າວເທີງເວທີ ວ່າ: ການຄ້າມະນຸດ ແມ່ນອາດຊະຍາກຳ ທີ່ເປັນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ມີລັກສະນະຂ້າມຊາດ ໄດ້ລະເມີດສິດທິ ພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດຫມາຍຂອງປະເທດ, ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ ສະຖຽນລະພາບ ແລະ ຄວາມຫມັ້ນຄົງຂອງ ຊາດ.
ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສາກົນ ຕ້ານການຄ້າມະນຸດ ທີ່ຫມູນວຽນມາຄົບຮອບ ອີກຫນຶ່ງວາລະ ໃນນາມລັດຖະບານ ແຫ່ງ ສປປ ລາວ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຂິ່ງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ໃນບັນດາຫົວຫນ່ວຍຕ່າງໆ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງອົງການຈັດຕັ້ງສາກົນ ທີ່ສັງກັດ ແລະ ບໍ່ສັງກັດ ລັດຖະບານ ຈົ່ງເປັນເຈົ້າການໃນການຕອບໂຕ້ອາດຊະຍາກຳຄ້າມະນຸດ, ຍົກສູງສະຕິລະວັງຕົວ ຕໍ່ເລ່ລ່ຽມກົນອຸບາຍ ຂອງຄົນບໍ່ດີ ໂດຍເລີ່ມຈາກຕົວເຮົາເອງ, ຄອບຄົວ, ຊຸມຊົນ ແລະ ການຈັດຕັ້ງໃນທຸກພາກສ່ວນ, ນັລແຕ່ສູນກາງລົງຮອດທ້ອງຖີ່ນ, ເພື່ອໃຫ້ພົນລະເມືອງ ເຫັນໄດ້ເຖິງຄວາມອັນຕະລາຍ ແລະ ມີສະຕິບໍ່ຕົກເປັນເຫຍື່ອຂອງການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມກັນນັ້ນ ທຸກພາກສ່ວນຕ້ອງເອົາໃຈໃສ່ວຽກງານໂຄສະນາ, ສຶກສາອົບຮົມແນວທາງນະໂຍບາຍ, ກົດຫມາຍ, ລະບຽບການ, ສົນທິສັນຍາ ພາຄີ, ມູນເຊື້ອວັດທະນະທຳອັນດີງາມ ຂອງຊາດ, ສ້າງສະຕີເຄົາລົບ ແລະ ປະຕິບັດກົດຫມາຍ ດັ່ງຄຳຊວັນວັນຕ້ານການຄ້າມະນຸດໃນປີນີ້ວ່າ: ຮ່ວມໃຈຕ້ານການຄ້າມະນຸດ ແລະ ມີສະຕິ ກ່ອນຫມັ້ນຫມາຍ ຫລື ແຕ່ງດອງ ເພື່ອປອດໄພຈາກການຄ້າມະນຸດ.
ພາຍຫລັງສຳເລັດ ການກ່າວຄຳປາໃສ ພາຍໃນງານຄັ້ງນີ້ ຄະນະປະທານ ແລະ ບັນດາແຂກທີ່ເຂົ້າຮ່ວມ ຍັງມີການເຕັ້ນ ແອນໂລບິດ ເພື່ອສຸຂະພາບ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ