ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງທ່າແຕງ ພ້ອມຄະນະ ໄດ້ນຳເອົາເຂົ້າສານ ຈໍານວນ 32 ສອບ,ເທົ່າກັບ 1 ພັນ 6 ຮ້ອຍກິໂລ, ໝີສຳເລັດຮູບ ຈໍານວນ 50 ແກັດ ແລະ ປາກະປ໋ອງ ຈໍານວນ 50 ແພັກ ລວມມູນຄ່າ 11 ລ້ານ 5 ແສນກີບ, ເດີນທາງມາມອບໃຫ້ປະຊາຊົນບ້ານ ຢຶບໃຫມ່ ເມືອງທ່າແຕງ, ແຂວງເຊກອງ ໃນວັນທີ 26 ກໍລະກົດ 2017 ຜ່ານມານີ້. ໂດຍເປັນກຽດກ່າວຮັບ ຈາກຜູ້ຕາງຫນ້າປະຊາຊົນພາຍໃນ ບ້ານຢຶບໃໝ່. ໂດຍຊ້ອງໜ້າພາກສ່ວນກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມເປັນສັກຂີ່ພະຍານ.
ໃນໂອກາດດັ່ງກ່າວ ທ່ານ ຄໍາສອນ ກອນເຍີ ກໍາມມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງທ່າແຕງ ໄດ້ມີຄໍາເຫັນໂອ້ລົມ ຕໍ່ອໍານາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນ ທີ່ເຂົ້າຮ່ວມໃນຄັ້ງນີ້ ຈົ່ງນໍາເອົາເຄື່ອງດັ່ງກ່າວນີ້ ໄປແຈກຢາຍໃຫ້ປະຊາຊົນຢ່າງທົ່ວເຖິງ, ເຊິ່ງເປັນການປະກອບສ່ວນບັນເທົາທຸກໃຫ້ປະຊາຊົນແຕ່ລະຄອບຄົວໄດ້ມີຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ.
ນອກຈາກນີ້ ທ່ານເຈົ້າເມືອງທ່າແຕງ ຍັງໄດ້ເນັ້ນໃຫ້ອໍານາດການປົກຄອງພາຍໃນບ້ານ ຕິດຕາມຄືນກ່ຽວກັບການຈັດຕັ້ງທຸກຂົງເຂດວຽກງານຢູ່ພາຍໃນບ້ານ, ສະຫຼຸບ- ຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະແກ້ໄຂໃນຕໍ່ໜ້າ ໂດຍສະເພາະ ການຍົກຍ້າຍພົນລະເມືອງ ເຂົ້າ-ອອກ ຕ້ອງໄດ້ໄປຕາມຂະບວນການ ແລະ ກົດໝາຍການປົກຄອງທ້ອງຖິ່ນ ວາງອອກຢ່າງເຂັ້ມງວດ.
ຂອບໃຈ ທີມຂ່າວ ເມືອງທ່າແຕ່ງ, ແຂວງເຊກອງ
Editor: ກຳປານາດ ລັດຖະເຮົ້າ