ເຈົ້າໜ້າທີ່ສະເພາະກິດ ສປປ ລາວ ໄດ້ມີການປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ສປຈີນ ສາມາດສະກັດກັ້ນ ແລະ ຈັບກຸມຂະບວນຄ້າຢາເສບຕິດຕ່າງປະເທດ ໄດ້ໃນຕອນເຊົ້າເວລາ 10 ໂມງ ຂອງວັນທີ 27 ກໍລະກົດ 2017 ວ່ານນີ້ ທີ່ດ່ານພາສີບໍ່ເຕັນ ແຂວງຫຼວງນໍ້າທາ. ເຊີ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເປີດເຜີຍວ່າ: ສາມາດກວດພົບຢາເສບຕິດປະເພດຢາບ້າ ຈໍານວນ 300 ຖົງໃຫຍ່ ລວມຈຳນວນ 2 ລ້ານກວ່າເມັດ, ຖືກຊຸກເຊື່ອງໄວ້ໃນລົດຂົນສົ່ງສິນຄ້າ ຊາວຈີນ ຂະນະທີ່ພວມຂ້າມມາຍັງດ່ານ ສປປ ລາວ. ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພວມຄວບຄຸມຄົນຂັບລົດບັນທຸກເຄື່ອງດັ່ງກ່າວ ເພື່ອສືບຫາຕົວບົງການ ແລະ ພັກພວກທີ່ຍັງຢູ່ເບື້ອງຫຼັງ. ເບື້ອງຂອງລັດຖະບານ ສປປ ລາວ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສຢ່າງທົ່ວເຖິງ ໃນການຕ້ານ-ສະກັດກັ້ນບັນຫາຢາເສບຕິດ ແລະ ການຄ້າມະນຸດ ທີ່ພວມກາຍເປັນໄພຄຸກຄາມຮາຍແຮງ ແລະ ທໍາລາຍປະເທດຊາດ ໂດຍສະເພາະໄວໜຸ່ມຍິງຊາຍ, ເສດຖະກິດ, ອາຊະຍາກໍາ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ປະເທດຊາດ. ສະນັ້ນ, ປວງປະຊາຊົນລາວທັງຊາດ ຈົ່ງຮ່ວມແຮງຮ່ວມໃຈກັນຕ້ານສະກັດກັ້ນ ແລະ ປາບປາມກຸ່ມຄົນບໍ່ດີໃຫ້ໝົດໄປໃນສັງຄົມ.