ວັນທີ່ 25 ກໍລະກົດ 2017 ຫ້ອງການສາທາລະນະສຸກເມືອງຄຳ ໄດ້ຈັດພິທີມອບ-ຮັບໂຄງການກໍ່ ສ້າງສຸກສາລາບ້ານດໍ່ ແລະ ນ້ຳລີນບ້ານສຳພັນໄຊ, ຄຸ້ມນ້ຳສານເໜືອເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ.
ໂດຍພາຍໃຕ້ການເປັນປະທາງຂອງ ທ່ານ ດຣ, ບົວສອນ ສີນວນທອງ ຄະນະປະຈຳພັກແຂວງຮອງ ເຈົ້າແຂວງ-ແຂວງຊຽງຂວາງ, ມີທ່ານ ທະເຄະ ຊິຣີຄິຫະລະ ເອກອັກຄະລາຊະທູດ ຜູ້ມີອຳນາດເຕັມ ແຫ່ງປະເທດຢີ່ປຸ່ນ ປະຈຳຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງຄຳ, ມີພະນັກງານ-ລັດຖະກອນຫ້ອງການທີ່ກ່ຽວຂ້ອງ, ມີບໍລິສັດ ຜູ້ຮັບເໝົາ, ແຂກຖືກເຊີນ, ຄະນະພັກອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນບ້ານ ແລະດໍ່ ເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ສາຍຄຳ ວົງວິໄລ ບໍລິສັດ ວົງສາຍຄຳ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ກໍ່ໄດ້ຂື້ນບົດສະຫຼຸບໃຫ້ຮູ້ວ່າ: ສຸກສາລາບ້ານ ແລະດໍ່ ໄດ້ເລີ່ມສ້າງຕັ້ງມາແຕ່ປີ 1996 ເຊິ່ງເປັນອາຄານທີ່ນ້ອຍເກົ່າ, ເປ່ເພ, ສະຖານທີ່ບໍລິການຍັງມີຈຳກັດ, ການບໍລິການຄົນເຈັບຍັງພົບຄວາມຫຍຸ້ງຍາກ ແລະ ເປັນບ້ານໜຶ່ງ ທີ່ຫ່າງໄກຈາກເທດສະບານເມືອງ 8 ກິໂລແມັດ, ປະກອບມີ 7 ບ້ານນ້ອຍໂຮມກັນເປັນບ້ານໃຫຍ່, ມີພົນລະເມືອງທັງໝົດ 5,656 ຄົນ, ຍິງ 2,828 ຄົນ ຫຼັງຈາກນັ້ນກໍ່ໄດ້ ຮັບທືນຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຢີ່ປຸ່ນໂດຍຜ່ານສະຖານທູດຢີ່ປຸ່ນເຂົ້າໃນການກໍ່ສ້າງ ໂດຍແມ່ນບໍລິສັດ ວົງສາຍຄຳ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາໃນການກໍ່ສ້າງເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ວັນທີ່ 24 ມີນາ 2017 ອາຄານດັ່ງກ່າວເປັນອາຄານປີ່ນປົວ 1 ຫຼັງ, ມີຂະນາດ 12 X 16 ແມັດ, ປະກອບມີ 5 ຫ້ອງຄື: ຫ້ອງເກີດລູກ, ຫ້ອງການຢາ, ຫ້ອງນອນຄົນເຈັບ, ຫ້ອງກວດຄົນເຈັບ ແລະ ຫ້ອງລໍຖ້າ ກວດພະຍາດ, ແຕ່ລະຫ້ອງປະກອບດ້ວຍອຸປະກອບຄົບຊຸດ, ມີລະບຽງດ້ານໜ້າ, ດ້ານຫຼັງ, ມີອ່າງເກັບນ້ຳ ບັນຈຸໄດ້ 2,000 ລິດ, ຈົນມາຮອດວັນທີ່ 24 ກໍລະກົດ 2017 ຈິ່ງສຳເລັດຕາມແຜນທີ່ວາງໄວ້ 100 ສ່ວນຮ້ອຍ ລວມເປັນມູນຄ່າທັງໝົດ 66 ລ້ານກວ່າກີບ ແລະ ພ້ອມນີ້ກໍ່ຍັງໄດ້ໃຫ້ເຫັນເຖິງການກໍ່ສ້າງ ນ້ຳລີນບ້ານສຳພັນໄຊ, ຄຸ້ມນ້ຳສາຍ ເໜືອໃຫ້ຮູ້ອີກຕື່ມວ່າ: ບ້ານສຳພັນໄຊ ເປັນບ້ານໜື່ງທີ່ປະຊາຊົນຍັງຂາດ ເຂີນນ້ຳດື່ມນ້ຳໃຊ້ເຊິ່ງໃນໄລຍະຜ່ານມາປະຊາຊົນຍັງນຳໃຊ້ນ້ຳຫ້ວຍ, ນ້ຳຮ້ອງທີ່ເປີເປື້ອນເຮັດໃຫ້ມີອັດຕາສ່ວນ ສ່ຽງຕໍ່ການເກີດພະຍາດລະບາດ ເປັນຕົ້ນແມ່ນລະດູຝົນ ແລະ ແລະ ລະດູແລ້ງນ້ຳໃຊ້ຍັງບໍ່ທັນພຽງພໍ ກັບຄວາມຕ້ອງການ ແລະ ບ້ານດັ່ງກ່າວຫ່າງຈາກເທດສະບານເມືອງ 48 ກິໂລແມັດ ປະກອບມີ 48 ຫຼັງ ຄາເຮືອນ, ມີ 50 ຄອບຄົວ ແລະ ມີພົນລະເມືອງ ທັງໝົດ 247 ຄົນ, ຍິງ 118 ຄົນ. ການກໍ່ສ້າງນ້ຳລີນໄດ້ ເລີ່ມລົງມືກໍ່ສ້າງໃນວັນທີ່ 24 ມີນາ 2017 ເຊິ່ງມີລວງຍາວທັງໝົດ 5,410 ແມັດ, ປະກອບມີຫົວງານ 1 ຈຸດ, ອ່າງບັນຈຸນ້ຳ 14 ແມັດກ້ອນ ແລະ ມີ 7 ກັອກນ້ຳ, ມາຮອດວັນທີ່ 8 ພຶດສະພາ 2017 ຈິ່ງສຳເລັດ, ເຊິ່ງໃຊ້ໄລຍະເວລາພຽງແຕ່ 45 ວັນ ລວມເປັນມູນຄ່າທັງໝົດ 47 ລ້ານ 9 ແສນກີບ ເທົ່າກັບ 5.987.5 ໂດລາສາຫະລັດ.
ຫຼັງຈາກນັ້ນ ທ່ານ ສາຍຄຳ ວົງວິໄລ ບໍລິສັດ ວົງສາຍຄຳ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ກໍ່ໄດ້ກ່າວມອບອາຄານ ແລະ ນ້ຳລີນໃຫ້ແກ່ເຈົ້າຂອງໂຄງການເປັນກຽດກ່າວຮັບຂອງ ທ່ານ ເທ ເຄ ຊິ ຣີຄິຫະລະ ເອກອັກຄະລາຊະທູດ ຜູ້ມີອຳນາດເຕັມຢີ່ປຸ່ນ ປະຈຳ ສປປ ລາວ ພ້ອມນັ້ນກໍ່ຍັງໄດ້ກ່າວມອບໃຫ້ແຂວງ, ເມືອງ ແລະ ອຳນາດການປົກຄອງບ້ານເປັນຜູ້ປົກ ປັກຮັກສາ ແລະ ນຳໃຊ້ກ່າວຮັບໂດຍທ່ານ ດຣ ບົວສອນ ສີນວນທອງ ຄະນະປະຈຳພັກແຂວງ ຮອງເຈົ້າ ແຂວງ-ແຂວງຊຽງຂວາງ. ນອກຈາກນັ້ນກໍ່ຍັງໄດ້ມີການມອບໃບຍ້ອງຍໍ ແລະ ຂອງຂັວນໃຫ້ແກ່ເຈົ້າຂອງ ໂຄງການຕື່ມອີກ.
ຕອນທ້າຍ ທ່ານ ດຣ ບົວສອນ ສີນວນທອງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງຊຽງຂວາງ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດມານັ້ນ ພ້ອມຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງ ລັດຖະ ບານ ທີ່ສຸມໃສ່ຕໍ່ວຽກງານສາທາລະນະສຸກ ເປັນຕົ້ນແມ່ນການສົ່ງເສີມທາງດ້ານສຸຂະພາບ, ທາງດ້ານແມ່ ແລະ ເດັກ, ການເກີດລູກ ບໍ່ເສຍຄ່າ, ສະໜອງອຸປະກອນການແພດ, ຍົກລະດັບພະນັກງານວິຊາການ ແລະ ກໍ່ສ້າງປັບປຸງສະຖານ ທີ່ບໍລິການໂຮງໝໍນ້ອຍ ແລະ ສຸກສາລາ. ພ້ອມນີ້ກໍ່ໃຫ້ທິດຊີ້ນຳແກ່ຄະນະຫ້ອງການສາທາລະນະສຸກເມືອງ, ຄະນະພັກອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນຈົ່ງພ້ອມກັນຮັກສາ ແລະ ນຳໃຊ້ອາຄານ ແລະ ນ້ຳລີນ ໃຫ້ໄດ້ໃຊ້ໄດ້ຍາວນານເທົ່າທີ່ຈະນານໄດ້. ພ້ອມນັ້ັ້ັ້ນ ທ່ານ ບົວສອນ ສີນວນທອງ ຄະນະປະຈຳພັກແຂວງຮອງເຈົ້າແຂວງໆ ຊຽງຂວາງ ແລະ ທ່ານ ທະເຄຊິ ຮີຄິຫະລະ ເອກອັກຄະລາຊະທູດ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳຢູ່ ສປປ ລາວ ກໍ່ໄດ້ຕັດແຜ່ນຜ້າເປີດການນຳໃຊ້ອາຄານ ພ້ອມດ້ວຍທຽ່ວຊົມອາຄານດັ່ງກ່າວ ອີກດ້ວຍ.
ຂອບໃຈ ທີມຂ່າວ ຈາກເມືອງຄຳ, ແຂວງຊຽງຂວາງ.
Editor: ກຳປານາດ ລັດຖະເຮົ້າ