ວັນທີ 27 ກໍລະກົດຜ່ານມາ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຂໍ້ຫຍຸ້ງຍາກໃນການດຳເນີນທຸລະກິດໄມ້ ສຳລັບຫົວໜ່ວຍທຸລະກິດເຟີນິເຈີລາວ ໂດຍເຂົ້າຮ່ວມຂອງທ່ານ ສຽວສະຫວາດ ສະແຫວງສຶກສາ, ປະທານທີ່ປຶກສາ ກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຄຳໄພ ສົມຊະນະ, ປະທານສະມາຄົມເຟີນິເຈີລາວ, ມີບັນດາສະມາຊິກສະມາຄົມເຟີນິເຈີເຂົ້າຮ່ວມ.
ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະປຶກສາຫາລືກັນຫຼາຍບັນຫາເປັນຕົ້ນການຂຶ້ນທະບຽນໄມ້ປູກ, ການປະກອບເອກະສານໃນການສົ່ງອອກໄມ້, ນິຕິກຳຕ່າງໆກ່ຽວກັບມາດຕະຖານຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ບັນຫາ ອື່ນໆອີກ, ໃນສະພາບປະຈຸບັນ ບັນດານັກທຸລະກິດໄມ້ຮູ້ແລ້ວວ່າບັນຫາທີ່ຍົກຂຶ້ນນັ້ນແມ່ນໄດ້ເປັນອຸປະສັກຕໍ່ການເຄື່ອນໄຫວຂອງທຸລະກິດໄມ້ເຟີນິເຈີ ໂດຍສະເພາະແມ່ນຂອດນິຕິກຳຕ່າງໆກ່ຽວກັບ ມາດຕະຖານຜະລິດຕະພັນໄມ້ເພື່ອສົ່ງອອກ.
ທາງດ້ານທ່ານ ກອງມາລາ ພົມມະໄລ, ຮອງປະທານສະມາຄົມເຟີນີເຈີລາວ ກ່າວຕື່ມວ່າ: ລັດຖະບານ ໄດ້ອອກຄຳສັ່ງ ສະບັບເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແມ່ນເຫັນວ່າ ເປັນຄຳສັ່ງທີ່ດີທີ່ສຸດທີ່ຊ່ວຍໃນການຢຸດຕິການສົ່ງອອກໄມ້ທ່ອນ, ໄມ່ຕັບ, ໄມ້ແປຮູບໄມ້ຊອຍ, ຮາກໄມ້, ແຕ່ວ່າມີຄຳແນະນຳສະບັບເລກທີ 1009/ກອຫ.ມຖ ລົງວັນ ທີ 18 ຕຸລາ 2016 ກ່ຽວກັບລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ (ກໍານົດ 12 ລາຍການ) ຊຶ່ງເຮັດໃຫ້ນັກທຸລະກິດ ປະສົບບັນຫາບາງດ້ານໃນຂອດການສົ່ງອອກ.
ຊຶ່ງບັນຫາດັ່ງກ່າວໃນກອງປະຊຸມ ຄັ້ງນີ້ ບັນດານັກທຸລະກິດເຟີິນິເຈີ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພື່ອຊອກຫາ ວິທີແກ້ໄຂຊ່ວຍກັນໃນຂອດ ທີ່ເປັນອຸປະສັກຕໍ່ການເຄື່ອນໄຫວຂອງທຸລະກິດເຟີນິເຈີ, ພ້ອມທັງ ສະເໜີໃຫ້ພາກສ່ວນທີ່ກ່ຽວ ຂ້ອງແກ້ໄຂເພື່ອຄວາມຢູ່ລອດຂອງທຸລະກິດ.
Editor: ຕະວັນ ແສງສະຫວັນ