ອ້າງອີງຈາກການລາຍງານຂອງສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ສະເພາະກິດ ສປປ ລາວສາມາດສະກັດກັ້ນ ແລະ ກັກລົດຂະບວນຄ້າຢາເສບຕິດຕ່າງປະເທດໄດ້ ໃນຕອນເຊົ້າເວລາ 10 ໂມງ 27 ນາທີ ວັນທີ 27 ກໍລະກົດ 2017 ທີ່ດ່ານພາສີບໍ່ເຕັນ, ແຂວງຫລວງນໍ້າທາ.
ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຫລວງນໍ້າທາ ໄດ້ເປີດເຜີຍວ່າ: ພາຍຫລັງໄດ້ຮັບເບາະແສຂ່າວ ແລະ ໄດ້ມີການລັດລົດບັນທຸກຈໍານວນດັ່ງກ່າວເພື່ອເອົາເຂົ້າໄປສະແກນເບິ່ງ ໃນທີ່ສຸດກໍສາມາດກວດພົບຢາເສບຕິດປະເພດຢາບ້າຈໍານວນ 300 ຖົງໃຫຍ່ ຈໍານວນທັງຫມົດ 2.172.000 ເມັດ ຊຸກເຊື່ອງໄວ້ໃນລົດຂົນສົ່ງສິນຄ້າຊາວຈີນ ຂະນະທີ່ພວມຂ້າມມາ ສປປ ລາວ ແຕ່ຜູ້ຂັບລົດບັນທຸກໄດ້ໄຫວຕົວທັນ ແລະ ພາກັນໂຕນໜີຈາກລົດດັ່ງກ່າວໃນລະຫວ່າງສະແກນ ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພວມໄລ່ລ່າ ແລະ ນໍາຈັບຜູ້ຂັບຢູ່.
ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສຢ່າງທົ່ວເຖິງໃນການ ຕ້ານ-ສະກັດກັ້ນບັນຫາຢາເສບຕິດ ແລະ ການຄ້າມະນຸດ ທີ່ພວມກາຍເປັນໄພຄຸກຄາມຮາຍແຮງ ແລະ ທໍາລາຍປະເທດຊາດ ໂດຍສະເພາະໄວໜຸ່ມຍິງ-ຊາຍ, ເສດຖະກິດ, ອາຊະຍາກໍາ ແລະ ອື່ນໆ. ສະນັ້ນ ປວງປະຊາຊົນລາວທັງຊາດຈົ່ງຮ່ວມແຮງຮ່ວມໃຈກັນຕ້ານສະກັດກັ້ນ ແລະ ປາບປາມກຸ່ມຄົນບໍ່ດີໃຫ້ໝົດໄປໃນສັງຄົມ.
ຂອບໃຈຂໍ້ມູນຂ່າວສານຈາກ ສໍານັກຂ່າວສານປະເທດລາວ
Editor: ຕະວັນ ແສງສະຫວັນ