ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 53/ນຍ, ລົງວັນທີ 13 ກໍລະກົດ 2017 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂການລັກລອບສົ່ງໄມ້ອອກ ທີ່ຜິດກົດໝາຍ ຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ ສະນັ້ນ, ໃນລະຫວ່າງ ວັນທີ 17 ຫາ ວັນທີ 24 ກໍລະກົດ 2017 ຜ່ານມານີ້, ຄະນະສະເພາະກິດຂອງລັດຖະບານ ຊຶ່ງນໍາໂດຍ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອແກ້ໄຂການລັກລອບສົ່ງອອກໄມ້ທີ່ຜິດກົດໝາຍ ຢູ່ທີ່ດ່ານສາກົນບໍ່ເຕ່ນໄດ້ເຮັດວຽກຮ່ວມກັບອໍານາດການປົກຄອງ ແລະ ຄະນະສະເພາະກິດຂອງແຂວງຫຼວງນໍ້າທາ ເພື່ອພິຈາລະນາແກ້ໄຂ ການລັກລອບສົ່ງໄມ້ອອກຜິດກົດໝາຍ ທີ່ເຈົ້າໜ້າທີ່ຢຶດໄດ້ ຄັ້ງວັນທີ 16 ມິຖຸນາ 2017 ຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ. ຜ່ານການເຮັດວຽກຮ່ວມກັນ, ຄະນະສະເພາະກິດທັງສອງ ໄດ້ເປັນເອກະພາບກັນ ຄື: ຕ້ອງດໍາເນີນການແກ້ໄຂ ການລັກລອບສົ່ງອອກໄມ້ດັ່ງກ່າວ ຕາມກົດໝາຍຢ່າງເຂັ້ມງວດ ໂດຍມອບໃຫ້ຄະນະສະເພາະກິດຂອງແຂວງຫຼວງນໍ້າທາເປັນໃຈກາງ, ເຈົ້າການໃນການປະສານສົມທົບ ການດໍາເນີນການສືບສວນສອບສວນ ບັນດາເປົ້າໝາຍທີ່ເຂົ້າຮ່ວມ ຫຼື ກ່ຽວຂ້ອງກັບການລັກລອບສົ່ງອອກໄມ້ຜິດກົດໝາຍ. ພ້ອມດຽວກັນນີ້, ຄະນະໄດ້ລົງກວດກາຕົວຈິງ ຈໍານວນ ລົດຂົນສົ່ງ 08 ຄັນ ແລະ ໄມ້ທີ່ຖືກຢຶດໄດ້, ກວດກາສະຖານທີ່ດ່ານພາສີ, ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃນເຂດດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ.
Editor: ກຳປານາດ ລັດຖະເຮົ້າ