ໃນວັນທີ 25 ກໍລະກົດນີ້ ສູນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແລະ ກອງກວດກາປ່າໄມ້ ແຂວງໄຊຍະບູລີໄດ້ທໍາລາຍສີ້ນສ່ວນຂອງສັດປ່າຫວງຫ້າມ ທີ່ເຈົ້າໜ້າທີ່ປ່າໄມ້ຍຶດຫລາຍສິບກິໂລ. ພາຍຫລັງເຈົ້າໜ້າທີ່ປ່າໄມ້ແຂວງໄຊຍະບູລີ ໄດ້ສົມທົບກັບ ອໍານາດການປົກຄອງບ້ານໂນນສະຫວັນ ລົງກວດກາສະກັດກັ້ນ ການຊື້-ຂາຍສັດນໍ້າ-ສັດປ່າ ປະເພດຫວງຫ້າມ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງໄດ້ພົບເຫັນຕີນໝີ 9 ຕີນ, ນໍ້ານັກ 19,1 ກິໂລ, ຫົວໝີ 1 ຫົວໜັກ 0,5 ກິໂລ, ເກັດລິ່ນ 1,1 ກິໂລ, ປູລູຍັງມີຊີວິດ 6 ໂຕ, ລວມມູນຄ່າຫຼາຍລ້ານກີບ.
ເຈົ້າໜ້າທີ່ກວດກາປ່າໄມ້ແຂວງ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາທາງເຈົ້າໜ້າທີ່ຂອງຕົນ ກໍໄດ້ຈັດຕັ້ງພະນັກງານລົງເຜີຍແຜ່ລະບຽບກົດໝາຍກ່ຽວກັບການຄຸ້ມຄອງສັດນໍ້າ-ສັດປ່າ ໃຫ້ປະຊາຊົນໃນເຂດຫລໍ່ແຫລມ ທີ່ມີການລ່າເນື້ອຫາສັດນໍ້າ-ສັດປ່າ ເພື່ອມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ ສັດນໍ້າ-ສັດປ່າ, ພ້ອມກັນນີ້ ກໍໄດ້ລົງຕິດຕາມກວດກາເປັນປະຈໍາ ເພື່ອເກັບກໍາຂໍ້ມູນບຸກຄົນເປົ້າໝາຍທີ່ມີ ການຊື້-ຂາຍສັດນໍ້າ-ສັດປ່າ ຫວງຫ້າມ ເພື່ອນໍາມາສຶກສາອົບຮົມບໍ່ໃຫ້ກັບມາເຄື່ອນໄຫວຜິດລະບຽບດັງກ່າວ.
ຂອບໃຈຂໍ້ມູນຈາກ ຫນັງສືພິມລາວພັດທະນາ
Editor: ຕະວັນ ແສງສະຫວັນ