ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄໍາມ່ວນ ໄດ້ເຂົ້າຈັບຕົວ ທ້າວ ເຄນນວນ ຊາຍ ອາຍຸ 37 ປີ ຢູ່ບ້ານສຸກສະຫວັນ, ເມືອງທ່າແຂກ, ແຂວງຄຳມ່ວນ ພ້ອມຂອງກາງຢາບ້າ 699 ເມັດ ໃນຂະນະທີ່ເຂົ້າພັກຢູ່ເຮືອນພັກແຫ່ງໜຶ່ງ ພາຍໃນເທດສະບານເມືອງທ່າແຂກ ໃນວັນທີ 19 ກໍລະກົດ 2017.
ຕໍ່ຈາກນັ້ນ, ມາຮອດວັນທີ 21 ກໍລະກົດ 2017 ເຈົ້າໜ້າທີ່ຕິດຕາມ ຈັບເຄື່ອຂາຍທີ່ຊັດທອດຫາ ໄດ້ອີກ 2 ຄົນ ຄື: ທ້າວ ອຸລອນ ອາຍຸ 36 ປີ ຢູ່ບ້ານປາກດົງ, ເມືອງທ່າແຂກ, ແຂວງຄໍາມ່ວນ ແລະ ທ້າວ ສົມບູນ ອາຍຸ 42 ຢູ່ບ້ານດອນມະໄຫຼ, ເມືອງທ່າແຂກ, ແຂວງຄຳມ່ວນ, ເຊິ່ງເຈົ້າໜ້າທີ່ ສາມາດຕິດຕາມ ຈັບຕົວໄດ້ໃນວັນດຽວກັນ ລວມຂອງກາງຢາບ້າ ທັງໝົດ 699 ເມັດ, ພ້ອມນຳພວກກ່ຽວໄປດຳເນີນຄະດີຕາມກົດໝາຍ.
ຂອບໃຈຂໍມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ