ໃນຜ່ານມາ ເຖິງວ່າລັດເຮົາໄດ້ມີກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ເພື່ອແນໃສ່ຮັບປະກັນຜົນປະໂຫຍດ ແລະ ຄວາມປອດໄພຂອງຜູ້ຊົມໃຊ້ ກໍຄື ຜູ້ບໍລິໂພກສິນຄ້າອາຫານ ທີ່ບໍ່ມີຄຸນນະພາບ ຄືສິນຄ້າໝົດອາຍຸນຳໃຊ້, ສິນຄ້າປອມແປງລອກຮຽນແບບ, ປົນເປື້ອນສານເຄມີ, ເສຍຄຸນ ຫລື ການຂຶ້ນລາຄາສິນຄ້າ ໂດຍລຳພັງ, ຊີງວັດແທກບໍ່ໄດ້ມາດຖານ ຫລື ການເຮັດບໍລິການທີ່ບໍ່ມີຄຸນນະພາບ ເອົາລັດເອົາປຽບຜູ້ຊົມໃຊ້, ແຕ່ການຄວບຄຸມສິ່ງຜິດກົດໝາຍດັ່ງກ່າວ ແມ່ນຍັງເຮັດໄດ້ໜ້ອຍ ເນື່ອງຈາກການເຄື່ອນໄຫວຂອງເຈົ້າໜ້າທີ່ ເພື່ອເລັ່ງຄວບຄຸມບັນຫານີ້ ຢູ່ຕາມທ້ອງຕະຫລາດຕ່າງໆຍັງບໍ່ທັນແຂງແຮງພໍ ເຊິ່ງໃນແຕ່ລະມື້ພວກເຮົາ ກໍອາດສາມາດເຫັນໄດ້ຈາກການວາງຂາຍສິນຄ້າທີ່ຂາດຄຸນນະພາບ ຍັງມີຢູ່ຢ່າງຫລວງຫລາຍໃນທ້ອງຕະຫລາດຕ່າງໆເຊັ່ນ: ປະເພດອາຫານປົນເປື້ອນສານເຄມີ ແລະ ສິນຄ້າປອມແປງລອກຮຽນແບບ ເພື່ອເອົາປຽບຜູ້ຊົມໃຊ້ກໍຍັງມີຢູ່ຫລາຍ ແລະ ການມີສ່ວນຮ່ວມຂອງສັງຄົມ ເພື່ອສະກັດກັ້ນສິ່ງຫຍໍ້ທໍ້ດັ່ງກ່າວກໍຍັງມີໜ້ອຍ.
ໃນຂະນະທີ່ ເມື່ອເດືອນພຶດສະພາ 2016 ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ເປີດໂທລະສັບສາຍດ່ວນ 1510 ເພື່ອເປັນເຄື່ອງມືໃຫ້ສັງຄົມໄດ້ມີສ່ວນຮ່ວມໃນການປົກປ້ອງສິດຜົນປະໂຫຍດຂອງຕົນ ທັງຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ເອົາໂທດຜູ້ກະທຳຜິດກົດໝາຍດັ່ງກ່າວ, ແຕ່ແລ້ວຈົນມາຮອດປັດຈຸບັນ ມີຜູ້ໃຫ້ການຮ່ວມມືໂທເຂົ້າມາແຈ້ງຜູ້ກະທຳຜິດມີພຽງ 78 ກໍລະນີ, ໃນນັ້ນ ພົວພັນເຖິງຂະແໜງອຸດສາຫະກຳ-ການຄ້າ ມີ 17 ກໍລະນີ, ຂະແໜງວິທະຍາສາດ-ເຕັກໂນໂລຊີ 15 ກໍລະນີ, ຂະແໜງສາທາລະນະສຸກ 13 ກໍລະນີ, ຂະແໜງໄປສະນີ-ໂທລະຄົມ ແລະ ສື່ສານ 6 ກໍລະນີ ແລະ ຂະແໜງການອື່ນໆມີ 27 ກໍລະນີ.
ແຕ່ເຖິງແນວໃດກໍດີ, ສິ່ງນີ້ເປັນສັນຍານທີ່ດີ ເພື່ອພວກເຮົາໄດ້ມີການເລີ່ມຕົ້ນຄຸ້ມຄອງຄຸນນະພາບການບໍລິການ, ຄຸນນະພາບສິນຄ້າ ແລະ ເຄື່ອງບໍລິໂພກຕ່າງໆເຂັ້ມແຂງດີຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງຜູ້ຊົມໃຊ້.
ຂອບໃຈຂໍ້ມູນຈາກ ຫນັງສືພິມລາວພັດທະນາ
Editor: ຕະວັນ ແສງສະຫວັນ