ຄະນະຮັບຜິດຊອບການປະມູນຂາຍໄມ້ທີ່ຢຶດເປັນຂອງລັດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບັນດາແຂວງຕ່າງໆ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມປະຊຸມຫາລືການປະມູນຂາຍໄມ້ ທີ່ຢຶດເປັນຂອງລັດ ເພື່ອເຮັດໃຫ້ການປະມູນຂາຍໄມ້ ໄດ້ດຳເນີນການຢ່າງຖືກຕ້ອງຕາມນະໂຍບາຍ ແລະ ລະບຽບການຕ່າງໆ, ບໍ່ເປັນຊ່ອງວ່າງໃນການສວຍໃຊ້ໂອກາດ ພ້ອມທັງ ການອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ຈະເຂົ້າມາປະມູນຢ່າງເໝາະສົມ ລວມເຖິງການສົ່ງອອກ ຫຼື ການເຄື່ອນຍ້າຍໄມ້ປະເພດຕ່າງໆ ໂດຍໄມ້ທີ່ຢຶດໄດ້ ຫຼັງມີຄຳສັ່ງ 15/ນຍ ນັບແຕ່ກາງປີ 2016 ເປັນຕົ້ນມາ ລວມແລ້ວມີທັງໝົດຫຼາຍກວ່າ 67 ພັນ ແມັດກ້ອນ ນອກຈາກນີ້ຍັງມີຫຼາຍ 10 ພັນແມັດກ້ອນທີ່ກວດພົບເຫັນເພີ່ມເຕີມ ແລະ ກຳລັງດຳເນີນການກວດກາຢູ່ໃນຂະນະນີ້.
ເຊິ່ງເລີມແຕ່ລັດຖະບານໄດ້ອອກຄຳ ສັ່ງເລກທີ 15/ນຍ ເປັນຕົ້ນມາ ມີບາງພາກສ່ວນຍັງມີການລັກລອບຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ ທີ່ເປັນການລະເມີດຕໍ່ຄຳສັ່ງດັ່ງກ່າວ ຜ່ານມາເຈົ້າໜ້າທີ່ ກໍ່ຄືຄະນະຮັບຜິດຊອບໄດ້ພົບເຫັນ ແລະ ຢຶດໄມ້ທີ່ບໍ່ຖືກຕ້ອງມາເປັນຂອງລັດຈຳນວນຫຼາຍ, ມີບາງສ່ວນກໍ່ໄດ້ປະມູນຂາຍ ແລະ ບາງສ່ວນແມ່ນຢູ່ໃນການກະກຽມປະມູນຂາຍຢູ່ແຕ່ໄລຍະຜ່ານມາ ໄມ້ທີ່ປະມູນຂາຍໄດ້ແລ້ວແຕ່ການມາເຊັນສັນຍາ ແລະ ຊຳລະຄ່າພັນທະໃຫ້ລັດແມ່ນຍັງຄ້າງເປັນຈຳນວນຫຼາຍ, ບາງກໍລະນີປະມູນຂາຍໄດ້ແຕ່ພາກສ່ວນທຸລະກິດ ບໍ່ເຂົ້າມາເຊັນສັນຍາ, ບາງກໍລະນີມີສັນຍາຮ່ວມ ແລ້ວແຕ່ບໍ່ມາຖອກຊຳລະເງິນຄ່າພັນທະອີກ ສາເຫດໜຶ່ງແມ່ນເນື່ອງມາຈາກບໍລິ ສັດທີ່ປະມູນໄດ້ແລ້ວໄປຂາຍຕໍ່ເພື່ອເກງກຳໄລ ຈຶ່ງເຮັດໃຫ້ແກ່ຍາວເວລາໃນການຊຳລະເງິນຄ່າໄມ້ຕາມສັນຍາ.
ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາ ແລະການຄ້າ ກ່າວວ່າ: ໃນທົ່ວປະເທດມີໄມ້ຍຶດທັງໝົດຈຳນວນ 67.224 ແມັດກ້ອນ ລວມນ້ໍາໜັກ 113.304 ໂຕນ ໃນນີ້ ໄດ້ຈັດປະມູນຂາຍແລ້ວ 46.865 ແມັດກ້ອນ, ລວມມູຄ່າ 71 ຕື້ກວ່າກີບ ແລະ ໄມ້ທີ່ຍັງຄ້າງຈໍານວນ 20.359 ແມັດກ້ອນ ເຊິ່ງໃນຈຳນວນດັ່ງກ່າວບັນດາແຂວງຕ່າງໆແມ່ນກຳລັງສືບຕໍ່ປະມູນຂາຍຢູ່.
ນອກຈາກນີ້ ຍັງມີໄມ້ຈຳນວນໜຶ່ງທີ່ ມີການກວດພົບເຫັນເພີ່ມເຕີມ ແລະ ກຳລັງດຳເນີນຂັ້ນຕອນການກວດກາຂອງຄະນະຮັບຜິດຊອບຂັ້ນແຂວງຄື: ແຂວງຈຳປາສັກ ຈຳນວນ 11.101 ແມັດກ້ອນ ໃນນັ້ນ ໄດ້ສໍາເລັດການຂຶ້ນບັນຊີແລ້ວ 6.610 ແມັດກ້ອນ, ຍັງບໍ່ໄດ້ຂຶ້ນບັນຊີ 4.491 ແມັດກ້ອນ, ແຂວງຊຽງຂວາງ ມີປະເພດໄມ້ທ່ອນ 17.571 ແມັດກ້ອນ ແລະໄມ້ແປຮູບ 10.973 ແມັດກ້ອນ ເຊິ່ງໄມ້ຈໍານວນດັ່ງກ່າວນີ້ ແມ່ນຍັງບໍ່ທັນໄດ້ຈໍາແນກໄມ້ຜິດ ແລະ ໄມ້ຖືກ ປະຈຸບັນຍັງຢູ່ໃນຂັ້ນຕອນການກວດກາຂອງຄະນະຮັບຜິດຊອບ ຢູ່ແຕ່ຖ້າກວດພົບເຫັນ ໄມ້ທີ່ບໍ່ຖືກຕ້ອງໃນຈຳນວນດັ່ງກ່າວ ແມ່ນຈະຍຶດເປັນຂອງລັດແລ້ວສືບຕໍ່ປະ ມູນຂາຍໃນຂັ້ນຕໍ່ໄປ, ແຂວງໄຊຍະບູລີ 1.000 ແມັດກ້ອນ ຢູ່ໃນຂັ້ນຕອນການກະກຽມຈະເປີດປະມູນຂາຍ ແລະ ແຂວງຫຼວງນ້ໍາທາ ຈໍານວນ 7 ຄັນລົດ ປະຈຸບັນ ຄະນະຮັບຜິດຊອບກຳລັງດຳເນີນຂັ້ນຕອນການກວດກາທີ່ດ່ານສາກົນບໍ່ເຕ່ນ.
ຂອບໃຈຂໍ້ມູນຈາກ ຫນັງສືພິມເສດຖະກິດ-ສັງຄົມ
Editor: ຕະວັນ ແສງສະຫວັນ