ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ໄດ້ມ້າງຄະດີຄ້າຂາຍຢາເສບຕິດ ລວມມີຂອງກາງຢາບ້າ 54.000 ເມັດ ແລະ ເຮໂຣອິນ 4 ແທ່ງ ໃນທ້າຍ ເດືອນກັນຍາ 2015. ຜ່ານການດຳ ເນີນຄະດີມາຮອດວັນທີ 19 ກໍລະກົດ 2017, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ໄດ້ນຳເອົາຄະດີດັ່ງກ່າວຂຶ້ນມາຕັດສິນປະຫານຊີວິດ ຈຳເລີຍ 4 ຄົນ ຄື: ທ້າວ ຈັນເພັງທໍ່ ອາຍຸ 37 ປີ ຢູ່ບ້ານດອນທາດ, ເມືອງຕົ້ນເຜິ້ງ, ທ້າວ ໄມຄຳອຸ່ນ ອາຍຸ 36 ປີ ຢູ່ບ້ານໜອງຄຳ, ທ້າວ ນິໄສ ອາຍຸ 45 ປີ ຢູ່ບ້ານ ຫ້ວຍຊາຍເໜືອ ແລະ ທ້າວ ຂວັນປະຊາ ອາຍຸ 35 ປີ ຢູ່ບ້ານຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ຄະດີຢາເສບຕິດດັ່ງກ່າວ ມີຢູ່ ວ່າ: ຈຳເລີຍທັງ 4 ຄົນ ໄດ້ຮ່ວມກັນ ເຄື່ອນໄຫວຄ້າຂາຍ ຢາເສບຕິດ ມາແຕ່ປີ 2014 ກ່ອນຖືກຈັບ ໃນວັນທີ 28 ກັນຍາ 2015. ຜ່ານການຄົ້ນຄວ້າ ບັນດາຂໍ້ມູນຫຼັກຖານ, ເອກະສານທີ່ປະກອບຢູ່ໃນສຳນວນຄະດີ ຢ່າງລະອຽດ ຖື່ຖ້ວນ ຮອບດ້ານ ແລະ ພາວະ ວິໄສແລ້ວ ເຫັນວ່າຈຳເລີຍທັງ 4 ໄດ້ກະທຳຜິດໃນສະຖານຄ້າຢາເສບຕິດ ທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍອາຍາ (ສະບັບ ປັບປຸງ) ປີ 2012 ຂອງມາດຕາ 146. ດັ່ງນັ້ນ, ຄະນະສານຈຶ່ງໄດ້ຕັດສິນ ປະຫານຊີວິດ ຈຳເລີຍທັງ 4 ຄົນ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ