ວັນທີ 12 ກໍລະກົດ ຜ່ານມາ, ກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ນຳກຳລັງເຂົ້າກວດຄົ້ນສິນຄ້າເຄື່ອງບໍລິໂພກ ປະເພດເຄື່ອງໃນສັດ ທີ່ນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍຢູ່ບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ພົບເຄື່ອງໃນສັດ ປະເພດຕ່າງໆ ນໍ້າໜັກຫຼາຍກວ່າ 1 ໂຕນ ຈຶ່ງໄດ້ກັກເຈົ້າຂອງສິນຄ້າຊື້ນາງ ມາຍຫງຽນທີງ່າ ອາຍຸ 51 ປີ ແລະ ນາງ ຟານທີເຊ ອາຍຸ 54 ປີ, ທັງສອງຄົນ ແມ່ນສັນຊາດຫວຽດນາມ, ຜ່ານມາພວກກ່ຽວເຄີຍຖືກກ່າວເຕືອນ ແລະ ສຶກສາອົບຮົບກ່ຽວກັບບັນຫາດັ່ງກ່າວ ພ້ອມທັງຖືກປັບ ໃໝແລ້ວ ຫຼາຍຄັ້ງ ແຕ່ຍັງບໍ່ເຂັດຫຼາບ.
ເຈົ້າໜ້າທີ່ກົມຕໍາຫຼວດສິ່ງແວດລ້ອມ ໃຫ້ຮູ້ວ່າ: ສິ້ນສ່ວນເຄື່ອງໃນສັດ ທີ່ຢຶດໄດ້ໃນຄັ້ງນີ້ ມີ: ເຄື່ອງໃນໜູ, ງົວ ແລະ ຄວາຍ ລວມທັງໝົດ 1.295 ກິໂລກຼາມ; ໃນນັ້ນ, ເຄື່ອງໃນໜູ ປະເພດ ຕັບ 918 ກິໂລກະກຼາມ, ປອດ 165 ກິໂລກຼາມ, ໃສ້ໝູ 107 ກິໂລກຼາມ, ຄໍໜູ 72 ກິໂລກຼາມ ແລະ ເຄື່ອງໃນງົວ, ຄວາຍ 72 ກິໂລກຼາມ ທີ່ນໍາເຂົ້າມາແຕ່ແຂວງ ດານັງ, ປະເທດຫວຽດນາມ ໂດຍຜ່ານດ່ານພາສີສາກົນແດນສະຫວັນ ແຂວງສະຫວັນນະເຂດ, ເຊິ່ງໄດ້ລັກລອບນໍາເຂົ້າ-ຈໍາໜ່າຍເຄື່ອງໃນສັດທີ່ບໍ່ຖືກ ຕ້ອງຕາມລະບຽບການ ແລະ ກົດໝາຍ ວ່າດ້ວຍວິສາຫະກິດ ໃນມາດຕາ 212 ໂດຍບໍ່ຂຶ້ນທະບຽນວິສາຫະກິດ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນຄະດີກັບພວກກ່ຽວຕາມກົດໝາຍ ແຫ່ງ ສປປ ລາວ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ