ຖືວ່າວ່າໄດ້ຮັບຄວາມສົນໃຈຈາກພາກທຸລະກິດຫລາຍພໍສົມຄວນ ແລະ ປິດສາກລົງເປັນທີ່ຮຽບຮ້ອຍ ສຳລັບງານເປີດໂລກແຫ່ງການລົງທຶນ 2017 ຄັ້ງທີ 5 ທີ່ຈັດຂື້ນໃນວັນທີ 22-23 ກໍລະກົດ ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ຊຶ່ງປີນີ້ພາຍໃຕ້ຫົວຂໍ້: ທຸລະກິດຍືນຍົງ ສ້າງສະຖານະໝັ້ນຄົງໃນຕະຫຼາດທຶນ. ງານໄດ້ຖືກຈັດຕັ້ງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ຕະຫຼາດຫຼັກຊັບລາວ, ທະນາຄານແຫ່ງ ສປປ ລາວ, ສໍານັກງານຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບ, ບໍລິສັດ ຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນ ຫຼາຍກວ່າ 30 ບໍລິສັດ.
ໂດຍມື້ເປີດງານກໍ່ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫຼັກ, ມີບັນດາຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບ ແລະ ພ້ອມດ້ວຍບໍລິສັດຫ້າງຮ້ານເຂົ້າຮ່ວມ.
ທ່ານ ວັນຄຳ ວໍຣະວົງ, ຜູ້ອໍານວຍການໃຫຍ່ຕະຫຼາດຫຼັບຊັບລາວ ກ່າວວ່າ: ງານເປີດໂລກແຫ່ງການລົງທຶນ 2017 ນີ້ ແມ່ນເພື່ອສ້າງໂອກາດໃຫ້ແກ່ມວນຊົນ ບໍ່ວ່າຈະເປັນນັກລົງທຶນ ທີ່ມີຄວາມສົນໄຈໃນການລົງທຶນຜ່ານຕະຫຼາດທຶນ ຫຼື ວິສາຫະກິດຜູ້ປະກອບການຕ່າງໆ ທີ່ມີຄວາມສົນໃຈລະດົມທຶນ ຜ່ານຕະຫຼາດທຶນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບວຽກງານຕະຫຼາດທຶນ. ງານດັ່ງກ່າວແມ່ນດຳເນີນເປັນເວລາສອງວັນ ໂດຍຈະໄດ້ຮັບຮູ້ຜ່ານມຸມມອງຂອງບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ແລະ ນັກວິຊາການທີ່ມີຄວາມຮູ້ປະສົບການສູງ. ນອກນີ້ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມງານ ໄດ້ແລກປ່ຽນໂອລົມສົນທະນາ ກັບຜູ້ບໍລິຫານ ຈາກ 5 ບໍລິສັດຈົດທະບຽນ, ຮັບຟັງການບັນຍາຍຈາກບັນດາຜູ້ບໍລິຫານ ບໍລິສັດຫຼັກຊັບ ໃນຫົວຂໍ້ຕ່າງໆ, ປຶກສາລືກ່ຽວກັບການລົງທຶນໃນຫຼັກຊັບ ແລະ ອື່ນໆ ງານເປີດໂລກແຫ່ງການລົງທຶນ ເປັນງານໜຶ່ງທີ່ຍິ່ງໃຫຍ່ຂອງ ຕະຫຼາດຫຼັກຊັບລາວ ທີ່ຖືກຈັດຂຶ້ນທຸກໆປີ ເພື່ອສົ່ງເສີມໃຫ້ປະຊາຊົນລາວ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງຕະຫຼາດທຶນ.
Editor: ຕະວັນ ແສງສະຫວັນ