ແຂວງຫົວພັນ ໄດ້ຕົກລົງອະນຸຍາດ ໃຫ້ວິສາຫະກິດ ແອກົ້ງ ພັດທະນາ ຕາດສະເຫລີຍ ສ່ວນບຸກຄົນ ເປັນຜູ້ສຳປະທານ ພັດທະນາສະຖານທີ່ທ່ອງທ່ຽວ ຕາດສະເຫລີຍ, ເມືອງຊຳເຫນືອ, ແຂວງຫົວພັນ ເພື່ອຍູ້ແຮງຂະແຫນງການທ່ອງທ່ຽວຂອງແຂວງໃຫ້ຂັບເຄື່ອນ ແລະ ເຕີບໂຕ ເພີ່ມຂື້ນກວ່າເກົ່າ.
ໂຄງການນີ້, ເປັນໂຄງການລົງທຶນຂອງນັກລົງທຶນພາຍໃນຮ້ອຍສ່ວນຮ້ອຍ ມີເນື້ອທີ່ສຳປະທານທັງຫມົດ 11 ເຮັກຕ້າເຄິ່ງ ໃນນີ້ ແບ່ງອອກເປັນ 4 ເຂດ ຄື: ເຂດອະນຸລັກ, ເຂດສະຫງວນ, ເຂດບໍລິການ ແລະ ເຂດສຳລັບການລົງທຶນຂອງພາກເອກະຊົນ. ຊຶ່ງມີມູນຄ່າການສຳປະທານ ທັງຫມົດ 3 ຕື້ 200 ລ້ານກີບ ແລະ ທຶນຈົດທະບຽນ 1 ຕື້ກີບ, ມີອາຍຸສຳປະທານ 20 ປີ.
ການພັດທະນາ ແບ່ງອອກເປັນ 2 ໄລຍະໃນການກໍ່ສ້າງ ຄື: ໄລຍະທີຫນຶ່ງ ເລີ່ມແຕ່ປີ 2017-2019 ໃຫ້ສຳເລັດ 7 ກິດຈະກຳ ປະກອບມີ: ປັບປຸງບ່ອນຈອດລົດ ແລະ ສ້າງຮົ້ວອ້ອມເຂດບໍລິການ, ປັບປຸງທາງຍ່າງເຂົ້າຫາຕາດ, ສ້າງທາງຍ່າງ ແລະ ຈຸດເຊົາຕາມແລວທາງຂື້ນໄປຫາຍອດຕາດ, ສ້າງກັນເຈື່ອນຕາມແຄມນ້ຳ, ປັບປຸງຮ້ານອາຫານ, ຫນອງປາ, ປັບປຸງຂົວຊົມວິວ, ສ້າງຂົວຂ້າມໄປຫາດອນກາງທີ່ເປັນບ່ອນນັ່ງພັກຜ່ອນ.
ສ່ວນໄລຍະທີສອງ ເລີ່ມແຕ່ປີ 2019-2021 ໃຫ້ສຳເລັດ 2 ໂຄງການ ຄື: ສ້າງຣີສອດພັກແຮມແບບຊົງລາວຕິດພັນກັບທຳມະຊາດ ຈຳນວນ 6 ຫລັງ ແລະ ສ້າງຕູບລຽບຕາມແຄມນ້ຳໃຫ້ໄດ້ 8 ຫລັງ. ພ້ອມນີ້ ຍັງມີລະບົບປ້ອງກັນ, ຄວາມປອດໄພ ການບຳລຸງຮັກສາ ແລະ ການສຶກສາຜົນກະທົບດ້ານສິ່ງແວດລ້ອມ ແລະ ອື່ນໆ
Editor: ຕະວັນ ແສງສະຫວັນ