ທ່ານ ຫຸມພັນ ດວງພະເດດ, ຫົວໜ້າໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟແດງຕານມີໄຊ ຫາ ສາມແຍກໜອງບຶກ ເປີດເຜີຍວ່າ: ໂຄງການກໍ່ສ້າງທາງເສັ້ນທາງເບຕົງ ແຕ່ 4 ແຍກໄຟແດງຕານມີໄຊ ຫາ ສາມແຍກໜອງບຶກ, ເປັນໂຄງການບູລິມະສິດໜຶ່ງ ຂອງນະຄອນຫຼວງວຽງຈັນ ເນື່ອງຈາກວ່າ ເປັນເສັ້ນທາງຫຼັກໃນການຄົມມະນາຄົມຂົນສົ່ງສິນຄ້າ ລະຫວ່າງ ດ່ານຂົວມິດຕະພາບຜ່ານເສັ້ນ ທາງ 450 ປີ ອອກສູ່ເສັ້ນທາງເລກທີ 13 ເໜືອ ແລະ ລົດທີ່ຈະແລ່ນຈາກເສັ້ນທາງເລກທີ 13 ເໜືອ ຫາ ເລກທີ 13 ໃຕ້ ຫຼື ອອກສູ່ຂົວມິດຕະພາບລາວ-ໄທ 1 ສ່ວນຫລາຍແມ່ນຈະໃຊ້ເສັ້ນທາງດັ່ງກ່າວ
ໂຄງການກໍ່ສ້າງເສັ້ນທາງນີ້ ໄດ້ເລີ່ມລົງມືປະຕິບັດມາແຕ່ເດືອນຕຸລາ 2016 ໄລຍະການກໍ່ສ້າງ 24 ເດືອນ ( ເດືອນຕຸລາ 2018 ສໍາເລັດ), ມູນຄ່າການກໍ່ສ້າງທັງໝົດ 45 ລ້ານໂດລາສະຫະລັດ, ໄລຍະທາງ 9.3 ກິໂລແມັດ, ໂດຍແມ່ນກຸ່ມ ບໍລິສັດ ຕັງຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນ 100%.
ທ່ານກ່າວຕື່ມວ່າ: ເສັ້ນທາງແມ່ນຈະສ້າງເປັນທາງເບຕົງເສີມເຫຼັກ, ມີ 6 ຊ່ອງທາງຈາລະຈອນ, ປັດຈຸບັນໂຄງການ ມີຄວາມຄືບໜ້າປະມານ 20 ສ່ວນຮ້ອຍ, ໜ້າວຽກທີ່ບັນລຸ ແມ່ນວຽກອະນາໄມ, ລົງທໍ່ຮ່ອງລະບາຍນ້ຳ 10 ພັນກວ່າແມັດ, ວາງທໍ່ຂ້າມທາງໃກ້ສຳເລັດ ແຕ່ປັດຈຸບັນ ກໍ່ເປັນລະດູຝົນໂຄງການຈຶ່ງບໍ່ສາມາດເຮັດວຽກດິນ ສະນັ້ນ, ຈຶ່ງສຸມໃສ່ວຽກວາງທໍ່ ແລະ ໃນໄລຍະຝົນລົດທຽວຫຼາຍ, ທາງກໍ່ເປ່ເພຫຼາຍ.
Editor: ຕະວັນ ແສງສະຫວັນ