ງານວາງສະແດງເຄື່ອງເຮືອນລາວຄັ້ງທີ 2 ປະຈໍາປີ 2017 ພາຍຫຼັງທີ່ດໍາເນີນມາແຕ່ວັນທີ 8 ກໍລະກົດ 2017 ກໍໄດ້ສຳເລັດລົງດ້ວຍບັນຍາກາດຄຶກຄື້ນໃນວັນທີ 16 ກໍລະກົດຜ່ານມາ ຊຶ່ງຕະຫຼອດງານມີຜູ້ຄົນຫຼາຍແສນຄົນເຂົ້າທ່ຽວຊົມ ແລະ ຊື້ສິນຄ້າໄວ້ປະດັບເອ້ເຮືອນຊານ ເຮັດໃຫ້ຜູ້ປະກອບການຫຼາຍໆຮ້ານທີ່ເຂົ້າຮ່ວມຍີ້ມແຍ້ມແຈ່ມໃສພໍໃຈ ຕໍ່ຍອດການຈຳໜ່າຍສິນຄ້າຂອງຕົນໜຶ່ງ ໃນນັ້ນ ກໍມີເຈົ້າຂອງຮ້ານເຄແອນບີ ເຟີນິເຈີ.
ທ່ານ ກອງມາລາ ພົມມະໄລ, ຮອງປະທານສະມາຄົມເຟີນິເຈີລາວ ທັງເປັນເຈົ້າຂອງໂຮງງານເຄແອນບີ ເຟີນິເຈີເປີດເຜີຍຕໍ່ຜູ້ສື່ຂ່າວລາຍການເມືອງລາວວັນນີ້ ວ່າ: ງານວາງສະແດງເຄື່ອງເຮືອນລາວຄັ້ງທີ 2 ນີ້ນັບວ່າມີຄວາມ ໝາຍສຳຄັນຫຼາຍສຳລັບຜູ້ປະກອບການ ກໍຄືພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ຈະມີເວທີໄດ້ເລືອກຊົມ ແລະ ຊື້ສິນຄ້າເຄື່ອງເຮືອນລາວ ໄວ້ປະດັບເອ້ເຮືອນຊານ ກໍຄືຊົມໃຊ້ພາຍໃນຄົວເຮືອນຂອງຕົນ, ຊຶ່ງຈະເປັນຊ່ອງທາງໜຶ່ງໃນການສົ່ງເສີມສີໄມ້ລາຍມື ພູມປັນຍາ ຫົວຄິດປະດິດສ້າງ ແລະ ຫົວໜ່ວຍທຸລະກິດເຟີນິເຈີລາວໃຫ້ມີຄວາມເຂັ້ມແຂງທັງສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໄດ້ໃນອະນາຄົດ. ເຖິງແມ່ນວ່າ ປະຈຸບັນ ຂະແຫນງການເຟີນິເຈີລາວ ຈະພວມພົບພໍ້ບັນຫາ ແລະ ສິ່ງທ້າຍຫລາຍດ້ານໃນການສົ່ງອອກສິນຄ້າກໍ່ຕາມ.
ທ່ານ ກອງມາລາ ພົມມະໄລ ຍັງກ່າວຕໍ່ວ່າ: ສຳລັບ ງານຄັ້ງນີ້ໄດ້ນຳສິນຄ້າຫຼາຍກວ່າ 50-100 ລາຍການທີ່ອອກແບບສວຍງາມທັນສະໄໝ ຮັກສາໄດ້ເອກະລັກລວດລາຍແບບລາວເຮົາເຂົ້າຮ່ວມວາງສະແດງ ຜ່ານການຂາຍຕະຫຼອດງານເຫັນວ່າ ຜູ້ຄົນທີ່ມາເລາະທ່ຽວຊົມໄດ້ມີຄວາມສົນໃຈສິນຄ້າຂອງເຮົາເປັນຢ່າງຍີ່ງ ໂດຍສະເພາະແມ່ນສິນຄ້າປະເພດໂຕະ, ຕັ່ງ, ຕູ້, ຕຽງນອນ ແລະ ອື່ນໆອີກຫຼາຍຢ່າງ ອັນໄດ້ເຮັດໃຫ້ຍອດຂາຍໃນ 8 ວັນທະລຸໄດ້ 75ສ່ວນຮ້ອຍຂອງສິນຄ້າທີ່ເຂົ້າຮ່ວມວາງສະແດງ.
ແນວໃດກໍດີ ສໍາລັບໂຮງງານເຄແອນບີເຟີນິເຈີ ແມ່ນໄດ້ຜະລິດສິນຄ້າເຄື່ອງເຟີນິເຈີຄົບວົງຈອນ ທີ່ມີຄຸນນະພາບດີ ສົມກັບລາຄາອອກສູ່ສັງຄົມມາໄດ້ຍາວນານ ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາແຕ່ປີ 1987 ນັບອາຍຸມາຮອດປະຈຸບັນນີ້ ກໍປະມານ 30 ກວ່າປີ ແລະ ຖ້າຫາກທ່ານໃດທີ່ມີຄວາມສົນໃນໃນສິນຄ້າຂອງເພິ່ນ ກໍສາມາດໄປຢ່ຽມຊົມ ຫຼື ສັງຊື້ໄດ້ທີ່ໂຮງງານ ບ້ານ ໂສກປ່າຫຼວງ ເມືອງສີສັນຕະນາກ ນະຄອນຫຼວງວຽງຈັນ.
Editor: ຕະວັນ ແສງສະຫວັນ