ເພື່ອແບ່ງປັນການແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນທີ່ປະສົບເຄາະຮ້າຍທີ່ເກີດຈາກອັກຄີໄຟ ຈຳນວນ 37 ຄົບຄົວ, ມີ 31 ຫຼັງຄາເຮືອນ ຢູ່ທີ່ບ້ານ ອາຊິງໃຕ້, ເມືອງສະໝ້ວຍ, ແຂວງສາລະວັນ.
ໃນວັນທີ 16 ກໍລະກົດ ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມແຂວງ ສາລະວັນ ເຊິ່ງນໍາໂດຍທ່ານ ຈັນສີລອນ ສີສົມບູນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງໃຫ້ປະຊາຊົນ ບ້ານອາຊິງໃຕ້, ເມືອງສະໝ້ວຍ, ແຂວງສາລະວັນ, ເຄື່ອງທີ່ນຳໄປມອບມີຜ້າຫົ່ມ, ເຄື່ອງນຸ່ງຫົ່ມຜູ້ໃຫຍ່ ແລະ ເດັກນ້ອຍ, ເຄື່ອງອຸປະໂພກ, ບໍລິໂພກ ຈຳນວນໜຶ່ງ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຈາກການລະດົມຈາກພາກລັດ, ເອກະຊົນ ແລະ ບຸກຄົນ ລວມມູນຄ່າການຊ່ວຍເຫຼືອໃນຄັ້ງນີ້ 5.540.000 ກີບ ຮັບໂດຍທ່ານ ບຸນນາມ ຄະນະປະຈໍາພັກເມືອງ ປະທານກວດກາເມືອງສະໜ້ວຍ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ເພື່ອຊ່ວຍເຫຼືອແກ້ໄຂບັນເທົາທຸກໃນເບື້ອງຕົ້ນ ແລະ ຮ່ວມສົບທົບກັບການຊ່ວຍເຫຼືອກັບພາກສ່ວນອື່ນໆທີ່ຈະມາຊ່ວຍເຫຼືອອີກຕໍ່ໄປ.
Editor: ດາວໄຊ ສີວິໄລ