ແຂວງໄຊຍະບູລີ ຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ໂດຍກຽມຮ່າງນິຕິກຳຂອງແຂວງຕາມເນື້ອໃນຂອງຄຳສັ່ງ ໂດຍຖອນລົດ ປະຈຳຕຳແໜ່ງຜູ້ທີ່ມີ 2 ຄັນ ໃຫ້ນຳໃຊ້ 1 ຄັນ ໂດຍມີຄະນະກຳມະການກວດກາຕີລາຄາ ແລະ ປະມູນຂາຍ.
ເມື່ອບໍ່ດົນມານີ້ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ ໄດ້ເປີດເຜີຍໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ຂັ້ນແຂວງ ຊຸດທີ 1 ຫາກໍ່ສຳເລັດລົງຫວ່າງບໍ່ດົນມານີ້ ວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາເຖິງວ່າ ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະແມ່ນບັນຫາໜີ້ສິນສາທາລະນະ ທີ່ຄຸມເຄືອ ແລະ ການຂາດດຸນງົບປະມານກໍ່ຕາມ. ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ສິດຈາກສູນກາງກໍ່ຄືລັດຖະບານ.
ອີກດ້ານໜຶ່ງດ້ວຍຄວາມສາມັກຄີອັນແໜ້ນແຟ້ນຂອງອົງຄະນະພັກ-ອົງການປົກຄອງພາຍໃນແຂວງບວກກັບການສະໜັບສະໜູນ ການຮ່ວມໄມ້ຮ່ວມມືຈາກສະມາຊິກ ສະພາປະຊາຊົນແຂວງ. ບັນດາອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ຈຶ່ງເຮັດໃຫ້ອົງການປົກຄອງແຂວງຂອງພວກເຮົາໄດ້ສຶບຕໍ່ມີຜົນສຳເລັດໃນການບໍລິຫານວຽກງານດ້ານຕ່າງໆ ດ້ວຍການສຶບຕໍ່ປ່ຽນແປງໃໝ່ໄປຕາມແນວທາງນະໂຍບາຍຮອບດ້ານທີ່ມີຫຼັກການຂອງພັກຕາມລະບຽບກົດໝາຍ ແລະ ຄວາມມຸ້ງມາດປາຖະໜາຂອງທົ່ວສັງຄົມໄດ້ຕັ້ງໜ້າຊຸກຍູ້ຄຸ້ມຄອງເສດຖະກິດພາຍໃນແຂວງໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງໂດຍໄດ້ຫັນບັນດາກົດໝາຍ ແລະ ນິຕິກຳຂອງລັດຖະບານມາຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງຂອງແຂວງ ເພື່ອສ້າງເງື່ອນໄຂອຳນວຍຊຸກຍູ້ເສດຖະກິດ ໝົດປີ 2017 ໃຫ້ຂະຫຍາຍຕົວບໍ່ຫຼຸດ 8.5 ສ່ວນຮ້ອຍ. ປັດຈຸບັນພາຫະນະລົດໃຫຍ່ທີ່ຂອງລັດ ຕິດປ້າຍສີຟ້າມີທັງໝົດ 525 ຄັນ, ໃນນີ້ເປັນຂອງພະແນກການອ້ອມຂ້າງແຂວງ ມີ 291 ຄັນ ແລະ ຢູ່ບັນດາເມືອງຂອງແຂວງມີ 234 ຄັນ.
ສຳລັບການຈັດຕັ້ງຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ໂດຍໄດ້ມອບໃຫ້ຂະແໜງການກ່ຽວຂ້ອງກະກຽມຮ່າງນິຕິກຳຂອງແຂວງ ຕາມເນື້ອໃນຂອງຄຳສັ່ງເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ມາຜັນຂະຫຍາຍ ແລະ ໄດ້ນຳເອົາລົດ ປະຈຳຕຳແໜ່ງຜູ້ທີ່ມີ 2 ຄັນ ໃຫ້ນຳໃຊ້ 1 ຄັນ ໂດຍຖອນ 1 ຄັນລົດປຣາໂດຼປະຈຳໄວ້ສຳນັກງານ ແລະ ນຳໃຊ້ສຳລັບໄປວຽກທາງໄກ, ສຳລັບລົດເບັ້ນ ( Benz ) ແລະ ລົດເລັກຊັດ ( LEXUS ) ແມ່ນລໍຖ້າຄະນະກຳມະການກວດກາຕີລາຄາ ແລະ ປະມູນຂາຍ.
Editor: ກຳປານາດ ລັດຖະເຮົ້າ