ປະຈຸບັນ ເມື່ອເດີນທາງກາຍໄປ ກາຍມາ ແຖວຕະຫລາດເຊົ້າ ເບື້ອງຫ້ອງການໄປສະນີ ແມ່ນຍັງເຫັນແມ່ຄ້າ ຊາວຂາຍ ຈຳນວນຫນຶ່ງ ຍັງຜ່າຜືນ ຕໍ່ລະບຽບການ ທີ່ທາງພະແນກໂຍທາທີການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ວາງອອກ, ກ້ຽວກັບ ການຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສວຍງາມໃນຕົວເມືອງ ໂດຍສະເພາະ ຕາມທາງຍ່າງ ໃນຈຸດຕ່າງໆ.
ແຕ່ຈຸດທີ່ເຮົານຳມາສະເຫນີ ສ່ອງແສງຕໍ່ສັງຄົມ ແມ່ນ ບໍລິເວນດ້ານຫນ້າ ຫ້ອງການໄປສະນີ ເບື້ອງກົງກັນຂ້າມ ກັບຕະຫລາດເຊົ້າ ໃກ້ກັບ 4 ແຍກໄປແດງ. ເຊີ່ງແມ່ຄ້າ ຍັງນຳເອົາສິນຄ້າ ພື້ນເມືອງ ຈຳນວນຫນຶ່ງ ມາວາງຂາຍຊະຊາຍ ຕາມທາງຍາງ ເຊີ່ງເຫັນວ່າ ເປັນອຸປະສັກ ແລະ ກິດຂວາງການສັນຈອນ ຂອງຜູ້ຄົນ ແລະ ນັກທ່ອງທ່ຽວ ທີ່ເດີນທາງໄປມາ ແຖ້ວນັ້ນ. ເບີງໃນດ້ານຄວາມເປັນລະບຽບ ແລະ ຄວາມສວຍງາມ ແລ້ວ ແມ່ນເຫັນວ່າບໍ່ດີປານໃດ ໃນສາຍຕາ ນັກທ່ອງທ່ຽວ.
Editor: ກຳປານາດ ລັດຖະເຮົ້າ