ໄດ້ນຳມາແກະສະຫຼັກຈົນເບິ່ງບໍ່ອອກວ່າເປັນຕໍ່ໄມ້ແລ້ວ ມີຮູບຮ່າງລັກສະນະທີ່ສວຍງາມ, ແບບວ່າຄົນເຊື້ອຖື ເປັນລວດລາຍຕ່າງໆ ແລະ ອື່ນໆ ອັນນີ້ກໍ່ເປັນສິນຄ້າທີ່ວ່າເຮົາສາມາດຂາຍໄດ້ ເຊິ່ງເຫັນວ່າເປັນການຂາຍພູມປັນຍາ ຂອງຜູ້ອອກແບບ (ເປັນສິນຄ້າໂຕໃໝ່ຂອງພວກເຮົາ) ບາງຄົນເຂົ້າໃຈວ່າເປັນຕໍ່ໄມ້ ແຕ່ເຫັນວ່າມັນປ່ຽນຈາກຕໍ່ໄມ້ເປັນຜະລິດຕະພັນສິລະປະ ນຳໃຊ້ຈິດວິນຍານ ອອກແບບມາແກະ ເປັນຜະລິດຕະພັນ ມີມູນຄ່າສູງ ອັນນີ້ພວກເຮົາຈະນຳໄປຄົ້ນຄວ້າ.
ທ່ານ ສົມຫວັງ ນິນທະວົງ ຍັງຍົກຕົວຢ່າງໃຫ້ເຫັນຕື່ມອີກວ່າ: ຖ້າຂາຍໂດຍທີ່ບໍ່ໄດ້ແກະສະຫຼັກ ຈະໄດ້ປະມານ 10 ລ້ານກີບ ແຕ່ຖ້າມາແກະສະຫຼັກເປັນຜະລິດຕະພັນ ຈະເພີ່ມມູນຄ່າ, ເພີ່ມສີສັນ ແລະ ລາຄາສູງເຖິງ 30 ລ້ານກີບ ອັນນີ້ເຮົາຈຶ່ງຄວນ
ທາງດ້ານ ທ່ານ ຄຳໄພ ສົມຊະນະ, ປະທານສະມາຄົມເຟິນິເຈີລາວ ໄດ້ກ່າວວ່າ: ກອງປະຊຸມວິຊາການໃນຄັ້ງນີ້ ຈະເປັນແມ່ແຮງໃຫ້ຜູ້ປະກອບການ ທີ່ເປັນສະມາຊິກເຟີນີເຈີ ເຊິ່ງວິໄສທັດ ແລະ ຍຸດທະວິທີ ຂອງຄະນະພາກລັດ ທີ່ລົງມາຕິດຕາມໃນຄັ້ງນີ້ແມ່ນຖືກຕ້ອງແລ້ວ ເພື່ອຈັດຕັ້ງປະຕິບັດຕາມແຈ້ງການ 15/ນຍ ເພື່ອປົກປ້ອງວັດຖຸດິບຂອງປະເທດເຮົາ. ຜ່ານມາວັດຖຸດິບແມ່ນໝົດໄປຢ່າງໄວວາ, ໝົດໄປຢ່າງບໍ່ຖືກຕ້ອງ ແລະ ໂປ່ງໃສ. ເຊິ່ງຜ່ານມາຜູ້ໄດ້ແມ່ນຜູ້ທີ່ເຮັດບໍ່ຖືກຕ້ອງຕາມລະບຽບ, ມີນາຍທຶນຢູ່ເບື້ອງຫຼັງ, ເຮັດໃຫ້ສັງຄົມບໍ່ສະຫງົບ, ມີການລັກລອບ ຂອງກຸ່ມຄົນບໍ່ດີ ເຊິ່ງໃນການອອກຄຳສັ່ງງເລກທີ 15/ນຍ ແມ່ນສາມາດສະກັດກັ້ນໄດ້ຢ່າງມີປະສິດທິຜົນ.
ທ່ານ ຍັງໄດ້ອະທິບາຍໃນການປຸງແຕ່ງໄມ້ ທີ່ສາມາດສ້າງມູນຄ່າເພີ່ມເປັນຕົ້ນແມ່ນ ໄມ້ທີ່ມີຂະໜາດໃຫຍ່ ແຕ່ຮູບຮ່າງບໍ່ສວຍງາມ ຖ້າເຮົາຈະມາຕັດເປັນຂະໜາດນ້ອຍ ຫຼື ເລື່ອຍໃຫ້ມີຂະໜາດນ້ອຍລົງ ສິ່ງທີ່ເສຍໄປແມ່ນຂະໜາດ, ລາຄາຫຼຸດ, ເປັນຂີ້ເລື່ອຍ ເຊິ່ງຕາມຫຼັກການອອກແບບ ແລະ ປຸງແຕ່ງແມ່ນພວກເຮົາຮັກສາຮູບຮ່າງໃຫຍ່ ແລ້ວເຕີມແຕ່ງໃຫ້ໄດ້ລາຄາ 30 ລ້ານກີບ ແຕ່ຖ້າມາຕັດ ຫຼື ເລື່ອຍໃຫ້ມີຂະໜາດນ້ອຍ ຈະໄດ້ລາຄາພຽງແຕ່ 2 ລ້ານກີບເທົ່ານັ້ນ.
ດ້ານທາງທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ ຄິດວ່າ ພາກລັດ ຈະຕ້ອງລົງເລີກແກ້ໄຂ ເຊິ່ງສາມາຄົມເຟີນີເຈີລາວຈະຖ່າຍຮູບ, ຂະໜາດຂອງໜ້າໂຕະ ຫຼື ຜະລິດຕະພັນ ທີ່ບໍ່ສາມາດສົ່ງອອກໄດ້ ເພື່ອເປັນຂໍ້ມູນລາຍລະອຽດຕ່າງໆ ລາຍງານຂັ້ນເທິງຊ່ວຍສະມາຄົມ ເພື່ອຜະລິດສົ່ງອອກ.
Editor: ຕະວັນ ແສງສະຫວັນ