ບໍລິສັດ ປີໂຕຣລ້ຽມເທດດິ້ງລາວ ມະຫາຊົນ ຮ່ວມມືກັບ ລັດວິສາຫະກິດລາວ ບໍລິການຂົນສົ່ງສິນຄ້າຜ່ານແດນ ກະຊວງການເງິນ ສ້າງຕັ້ງ ບໍລິສັດ ພັດທະນາທ່າເຮືອ ຫວຸ້ງອ່າງ ຈຳກັດ ຂຶ້ນ ເພື່ອແນໃສ່ການສ້າງ ແລະ ພັດທະນາທ່າເຮືອຫວຸ້ງອ່າງ ໃຫ້ກາຍເປັນທ່າເຮືອ ທີ່ທັນສະໄໝຮັບໃຊ້ໃນການຂົນສົ່ງສິນຄ້າ ລະຫວ່າງ ສປປ ລາວ ກັບ ບັນດາປະເທດໃນພາກພື້ນ.
ບໍລິສັດ ພັດທະນາທ່າເຮືອ ຫວຸ້ງອ່າງ ຈຳກັດ ຈະເຂົ້າພັດທະນາທ່າເຮືອຫວຸ້ງອ່າງ ເຊິ່ງຕັ້ງຢູ່ແຂວງຮ່າຕິງ ສສຫວຽດນາມ ໃຫ້ສາມາດຮອງຮັບສິນຄ້າຈາກ ປັດຈຸບັນ 3 ລ້ານໂຕນ ເພີ່ມຂຶ້ນເປັນ 12 ລ້ານໂຕນ, ອັນຈະກາຍເປັນຈຸດໃຈກາງໃນການລຳລຽງຂົນສົ່ງສິນຄ້າ ເຂົ້າ-ອອກ.
ຫາກທ່າເຮືອນີ້ສຳເລັດ ກໍ່ຈະຊ່ວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ສາມາດຫຼຸດຕົ້ນທຶນໃນການຂົນສົ່ງສິນຄ້າ ເນື່ອງຈາກທ່າເຮືອດັ່ງກ່າວ ແມ່ນມີໄລຍະຫ່າງຈາກ ຕົວເມືອງທ່າແຂກ ແຂວງຄຳມ່ວນພຽງ 290 ກິໂລແມັດ.
ພິທີລົງນາມຮ່ວມສ້າງຕັ້ງບໍລິສັດ ພັດທະນາທ່າເຮືອ ຫວຸ້ງອ່າງ ຈຳກັດ ໄດ້ຈັດຂຶ້ນ ໃນຕອນແລງງວັນທີ 17 ກໍລະກົດ 2017 ທີ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ໂດຍການລົງນາມ ລະຫວ່າງ ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ກັບທ່ານ ຄຳແພງ ສີສະຫງ່າ ຜູ້ອຳນວຍການລັດວິສາຫະກິດ ລາວບໍລິການຂົນສົ່ງສິນຄ້າຜ່ານແດນ ຈຳກັດ, ທ່ານນາງ ຄຳຜາຍ ວິທະໄຊ, ຫົວຫນ້າກົມການເງິນວິສາຫະກິດ ແລະ ຫວຍ, ທ່ານ ວຽງຄອນ ສິດທິໄຊ, ອຳນວຍການ ບໍລິສັດ ສິດທິໂລຈິດຕິກ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
Editor: ຕະວັນ ແສງສະຫວັນ