ໃນທ້າຍເດືອນມິຖຸນາ 2017 ຫນ່ວຍງານສະກັດກັ່ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໄດ້ຈັບຕົວທ້າວ ວິສາຄອນ ຫລື ກຸ້ຍ ອາຍຸ 24 ປີ ຢູ່ບ້ານໂພນສະຫວ່າງໃຕ້, ເມືອງໄກສອນ ພົມວິຫານ ຢູ່ເຮືອນພັກແຫ່ງຫນຶ່ງ ເຂດບ້ານສະຫນາມໄຊ ພ້ອມຢາບ້າ 82 ເມັດ.
ຜ່ານການສອບສວນທ້າວ ວິລະຄອນ ສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນເອົາໄວ້ເພື່ອເສບ ແລະ ຂາຍ. ກ່ອນຖືກຈັບຕົວແມ່ນໄດ້ເຂົ້າເຊົ່າເຮືອນພັກແຫ່ງຫນຶ່ງ ເຂດບ້ານສະຫນາມໄຊ ໄວເປັນບ່ອນມົ້ວສຸມຢາເສບຕິດ ແຕ່ໃນຄະນະທີ່ກຳລັງເສບຢູ່ນັ້ນ ກໍ່ຖືກເຈົ້າຫນ້າທີ່ຈັບຕົວພ້ອມຂອງກາງຈຳນວນດັ່ງກ່າວ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນອາທິດດຽວກັນນີ້ ປກສ ກຸ່ມ 5 ເມືອງໄກສອນ ພົມວິຫານ ໄດ້ຈັບຕົວທ້າວ ແສງສຸລິຍາ ຫລື ໂອໂມ້ ອາຍຸ 30 ປີ ບ້ານສະພານເຫນືອ ພ້ອມຂອງກາງຢາບ້າ 98 ເມັດ. ຜູ້ກ່ຽວສາລະພາບວ່າ ຢາບ້າຈຳນວນດັ່ງກ່າວແມ່ນຊື້ມາໄວ້ຂາຍ ແຕ່ຍັງບໍ່ທັນໄດ້ຂາຍ ກໍ່ຖືກເຈົ້າຫນ້າທີ່ກັກຕົວກ່ອນ.
ຂອບໃຈຂໍ້ມູນຈາກ ຫນັງສືພິມ ຄວາມສະຫງົບ
Editor: ຕະວັນ ແສງສະຫວັນ