ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 53/ນຍ, ລົງວັນທີ 13 ກໍລະກົດ 2017 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂການລັກລອບສົ່ງໄມ້ອອກທີ່ຜິດກົດໝາຍ ຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ.
ສະນັ້ນ, ນັບແຕ່ວັນທີ 17 ຫາ ວັນທີ 24 ກໍລະກົດ 2017 ນີ້, ຄະນະສະເພາະກິດຂອງລັດຖະບານ ຊຶ່ງນໍາໂດຍ ທ່ານ ຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອແກ້ໄຂການລັກລອບສົ່ງອອກໄມ້ທີ່ຜິດກົດໝາຍ ຢູ່ທີ່ດ່ານສາກົນບໍ່ເຕ່ນ ໄດ້ເຮັດວຽກຮ່ວມກັບ ອໍານາດການປົກຄອງ ແລະ ຄະນະສະເພາະກິດຂອງແຂວງຫຼວງນໍ້າທາ ເພື່ອພິຈາລະນາແກ້ໄຂ ການລັກລອບສົ່ງໄມ້ອອກຜິດກົດໝາຍ ທີ່ເຈົ້າໜ້າທີ່ ຢຶດໄດ້ ຄັ້ງວັນທີ 16 ມິຖຸນາ 2017 ຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ.
ຜ່ານການເຮັດວຽກຮ່ວມກັນ, ຄະນະສະເພາະກິດທັງສອງ ໄດ້ເປັນເອກະພາບກັນ ຄື: ຕ້ອງດໍາເນີນການແກ້ໄຂ ການລັກລອບສົ່ງອອກໄມ້ດັ່ງກ່າວ ຕາມກົດໝາຍຢ່າງເຂັ້ມງວດ ໂດຍມອບໃຫ້ຄະນະສະເພາະກິດຂອງແຂວງຫຼວງນໍ້າທາເປັນໃຈກາງ, ເຈົ້າການ ໃນການປະສານສົມທົບ ການດໍາເນີນການສືບສວນສອບສວນ ບັນດາເປົ້າໝາຍທີ່ເຂົ້າຮ່ວມ ຫຼື ກ່ຽວຂ້ອງກັບການລັກລອບສົ່ງອອກໄມ້ຜິດກົດໝາຍ.
ພ້ອມດຽວກັນນີ້, ຄະນະໄດ້ລົງກວດກາຕົວຈິງ ຈໍານວນລົດຂົນສົ່ງ 08 ຄັນ ແລະ ໄມ້ທີ່ຖືກຢຶດ, ກວດກາສະຖານທີ່ດ່ານພາສີ, ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃນເຂດດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ.
ຄາດຄະເນວ່າ: ຄະນະສະເພາະກິດ ຍັງຈະຕ້ອງໃຊ້ເວລາຫຼາຍສົມຄວນຕື່ມ ຈຶ່ງຈະສາມາດແກ້ໄຂການລັກລອບສົ່ງອອກໄມ້ດັ່ງກ່າວນີ້.
ຂອບໃຈຂໍ້ມູນຈາກ ກົມປະຊາສໍາພັນ
Editor: ຕະວັນ ແສງສະຫວັນ