ຮອງປະທານສະມາຄົມເຟີນິເຈີລາວ ທ່ານ ກອງມາລາ ພົມມາໄລ ເຄີຍບອກວ່າ: “ການຜະລິດເປັນສິນຄ້າ ໂດຍຜູ້ປະກອບການຂະໜາດນ້ອຍ ຈະຊ່ອຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດຄອບຄົວ ເຊິ່ງການຜະລິດໃນກຸ່ມຄົວເຮືອນຖືວ່າເປັນພື້ນຖານການສ້າງເສດຖະກິດຂອງຊາດ ສັງຄົມລາວຈະສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ກໍຍ້ອນການຂັບເຄື່ອນທີ່ດີຂຶ້ນຂອງເສດຖະກິດຄອບຄົວ ທີ່ຕິດພັນ ການສ້າງອາຊີບ ສ້າງວຽກເຮັດງານທຳ ສ້າງລາຍໄດ້ທີ່ໝັ້ນຄົງໃຫ້ແກ່ກຸ່ມຄົວເຮືອນ ໂດຍການສ້າງຜະລິດຕະພັນທີ່ສັງຄົມຍອມຮັບນັ້ນເອງ”.
ຜະລິດຕະພັນລາວທີ່ເຮັດໂດຍສີມືແຮງງານລາວ ດ້ວຍວັດຖຸດິບຂອງລາວ ຜ່ານພູມປັນຍາ ແລະ ທັກສະສີມືຂອງປະຊາຊົນລາວ ທີ່ມຸ່ງພັດທະນາຮູບແບບສິນຄ້າເພື່ອສ້າງມູນຄ່າເພີ່ມໃຫ້ຫຼາຍຂຶ້ນ ເຊິ່ງເວົ້າໄດ້ວ່າເສດຖະກິດຄອບຄົວ ຫຼື ທຸລະກິດຂະໜາດນ້ອຍ ຄືໂຕແປສຳຄັນທີ່ຈະຫັນປ່ຽນ ຫຼື ຂັບເຄື່ອນສັງຄົມລາວໃຫ້ກ້າວສູ່ຄວາມຈະເລີນ.
“ແຕ່ຖ້າເບິ່ງດ້ານການຊົມໃຊ້ຜະລິດຕະພັນລາວ ກໍເຫັນວ່າຜູ້ບໍລິໂພກພາຍໃນໃຫ້ການຍອມຮັບດີສົມຄວນ ແຕ່ວ່າກໍຢາກໃຫ້ມີລັກສະນະກວ້າງຂວາງກວ່ານີ້ ນອກນັ້ນ ເຄື່ອງເຮືອນລາວກໍຖືເປັນຫນຶ່ງໃນປັດໄຈສຳຄັນທີ່ສ່ອງແສງໃຫ້ເຫັນວັດທະນະທຳ ແລະ ຫົວຄິດປະດິດສ້າງ ຫຼື ການອອກແບບທີ່ເປັນເອກະລັກຂອງຊາດ ຈິ່ງຢາກໃຫ້ຜູ້ຜະລິດ ກໍຄືຜູ້ປະກອບການເບິ່ງເຫັນຄຸນປະໂຫຍດ ແລະ ຄວາມໝາຍຂອງການໃຊ້ສອຍ ໂດຍການອອກແບບທີ່ຕອບສະໜອງໄດ້ຄວາມທັນສະໄໝ ແລະ ການໃຊ້ງານໄດ້ຢ່າງກຸ້ມຄ່າ ເພື່ອກ້າວໄປເຖິງການຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ຫຼຸດຜ່ອນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຟຸມເຟືອຍ ເຊິ່ງໄລຍະຜ່ານມາກໍເຫັນວ່າ ສະມາຄົມເຟີນີເຈີລາວ ໄດ້ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ”.
“ຕະຫຼາດລາວ ຫຼື ຕະຫຼາດພາຍໃນເຮົາບໍ່ທັນກວ້າງຂວາງ, ແຕ່ຕະຫລາດທີ່ກວ້າງ ກໍ່ຄືຕະຫລາດຕ່າງປະເທດ ຊຶ່ງທີ່ຜ່ານມາສິນຄ້າຂອງຄົນລາວ ໂດຍສະເພາະຂະແຫນງການເຟີນິເຈີ ແມ່ນເປັນທີ່ຍອມຮັບຈາກສາກົນ ແລະ ເຂົາກໍ່ມີກຳລັງຊື້ຫລາຍກວ່າຕະຫລາດພາຍໃນ ແຕ່ຈະກ້າວໄປເຖິງຈຸດນັ້ນ ຂະແຫນງການເຟີນິເຈີ ກໍ່ຍັງພົບກັບສິ່ງທ້າທາຍຫລາຍຢ່າງ ທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງຢື່ນມືເຂົ້າມາຊ່ວຍເຫລື ແລະ ແກ້ໄຂ.
Editor: ຕະວັນ ແສງສະຫວັນ