ໃນວັນທີ 30 ມິຖຸນາ 2017, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຮ່ວມກັບ ປກສ ເມືອງໂຂງ ໄດ້ວາງກຳລັງເຂົ້າປິດລ້ອມກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຄື: ທ້າວ ເພັດພະຈັນ ຫຼື ຈ່ອຍ ອາຍຸ 32 ປີ ແລະ ທ້າວ ສົມເພົາ ອາຍຸ 29 ປີ ພວກກ່ຽວທັງສອງຢູ່ ບ້ານເມືອງແສນ, ເມືອງໂຂງ, ແຂວງຈຳປາສັກ ພ້ອມຂອງກາງຢາບ້າ 3.800 ເມັດ ໄປສອບສວນ ແລະ ຕິດຕາມຈັບຜູ້ຖືກຫາອີກ 2 ຄົນ ພ້ອມຢາບ້າ 558 ເມັດ ໄປດໍາເນີນການສອບສວນຂະຫຍາຍຜົນ ຫາຜູ້ຮ່ວມຂະບວນການໄປດຳເນີນຄະດີ.
ຈາກການສອບສວນຂະຫຍາຍຜົນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຊັດຖອດຫາຜູ້ຮ່ວມຂະບວນການນຳກັນ ຄື: ທ້າວ ເປີ ອາຍຸ 33 ປີ ຢູ່ບ້ານ ດົງບວງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ທ້າວ ຈັນທະວົງ ( ຈັນ ) ອາຍຸ 22 ປີ ບ້ານນາລານ, ເມືອງປະທຸມພອນ, ແຂວງຈຳປາສັກ. ຈາກນັ້ນ, ຈຶ່ງໄດ້ນຳກຳລັງຕິດຕາມ ແລະ ກັກຕົວພວກກ່ຽວໄປດຳເນີນຄະດີ ພ້ອມຂອງກາງຢາບ້າ 558 ເມັດ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ