ພະແນກສຶບສວນ-ສອບສວນ ປກສ ເມືອງນາຫມໍ້,ແຂວງອຸດົມໄຊ ໄດ້ຕິດຕາມຈັບຕົວໄວລຸ້ນ ຈໍານວນ 5 ຄົນ ທີ່ກໍ່ເຫດເອົາກ້ອນຫີນ ແກວ່ງໃສ່ແວນລົດໃຫຍ່ທຽວທາງ ຢູ່ເສັ້ນທາງລະຫວ່າງເມືອງນາໝໍ້ ຫາ ດ່ານພູຫຼັກຄໍາສາຍແດນຈີນ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ 1 ຄົນ, ໃນ ວັນທີ 15 ກໍລະກົດ 2017.
ເຈົ້າໜ້າທີ ປກສ ເມືອງນາຫມໍ້, ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຈໍານວນ 3 ຄົນ ວ່າ: ມີໄວລຸ້ນຈໍານວນ ໜຶ່ງທີ່ຍ່າງຕາມທາງ ໃຊ້ກ້ອນຫີນແກວ່ງໃສ່ແວນໜ້າລົດຈົນແຕກ ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບ 1 ຄົນ. ຜ່ານການລົງກວດກາລົດ ທີ່ຖືກເສຍຫາຍ ແລະ ສະຖານທີ່ເກີດເຫດ ເຫັນວ່າມີຄວາມຈິງ. ຈາກນັ້ນ, ຈຶ່ງໄດ້ຂຶ້ນເປົ້າໝາຍຕິດຕາມຈັບຕົວພວກກໍ່ເຫດ. ໃນມື້ຕໍ່ມາ, ເຈົ້າໜ້າທີ່ ກໍສາມາດຕິດຈັບຕົວພວກກໍ່ເຫດໄດ້ ຈໍານວນ 5 ຄົນ ຄື: ທ້າວ ບຸນຢືນ ອາຍຸ 19 ປີ, ທ້າວ ສົມ ອາຍຸ 18 ປີ, ທ້າວ ບຸນມີ ຫລື ( ໂງກ ) ອາຍຸ 19 ປີ, ທ້າວ ບຸນມີ ອາຍຸ 18 ປີ, ທ້າວ ຄໍາ ອາຍຸ 18 ປີ ທັງ 5 ຄົນ ຢູ່ບ້ານນາຫມໍ້ເໜືອ, ເມືອງນາຫມໍ້, ແຂວງອຸດົມໄຊ.
ປັດຈຸບັນ, ເຈົ້າໜ້າທີ່ໄດ້ທຳການສຶບສວນ-ສອບສວນຫາສາເຫດການກໍ່ເຫດຄັ້ງນີ້ ຂອງພວກກ່ຽວ ແລະ ນຳໄປດຳເນີນຄະດີຕາມກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ