ທ່ານ ລັດຕະນະມະນີ ຄູນນີວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ພາຍຫລັງໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2016 ຜ່ານມາ ແລະ ຮອດປັດຈຸບັນການກໍ່ສ້າງມີຄວາມຄືບໜ້າ ປະມານ 130 ກວ່າກິໂລແມັດ ເທົ່າກັບ 31% ຂອງຄວາມຍາວ ຈໍານວນທັງໝົດ 417 ກິໂລແມັດ, ໃນນີ້ ໄດ້ເຈາະອຸໂມງ 49 ຈຸດ ໃນ 101 ຈຸດ ມີຄວາມຍາວໄດ້ 5.800 ກວ່າແມັດ, ເຈາະເສົາຂົວໄດ້ 268 ເສົາ, ສໍາເລັດ ການຕິດຕັ້ງໂຮງຊີມັງ 14 ແຫ່ງ, ຫ້ອງທົດລອງ 18 ແຫ່ງ,ສໍາເລັດການກໍ່ສ້າງແຄ້ມສຳລັບຜູ້ຮັບເໝົາ 88 ແຫ່ງ, ທີ່ສຶກສາໂຄງການ 12 ແຫ່ງ ລວມ 100 ແຫ່ງ, ກໍ່ສ້າງທາງຊອຍເພື່ອເຂົ້າຫາສະຖານທີ່ກໍ່ສ້າງ 657 ກວ່າກິໂລແມັດ, ກໍ່ສ້າງຂົວ ລວມຄວາມຍາວ 2.300 ກວ່າແມັດ, ຕິດຕັ້ງສາຍສົ່ງໄຟຟ້າຍາວກວ່າ 360 ກິໂລແມັດ, ຕິດຕັ້ງໝໍ້ແປງໄຟ 172 ໜ່ວຍ, ກໍ່ສ້າງລະບົບນໍ້າປະປາເຂົ້າຫາແຄ້ມ ແລະ ສະຖານທີ່ກໍ່ສ້າງ 77 ກິໂລແມັດ ແລະ ຄວາມຄືບໜ້າການລົງທຶນທັງໝົດທຽບໃສ່ແຜນການປີ 2017 ເທົ່າກັບ 30%, ເຊິ່ງແລວທາງລົດໄຟໄດ້ຜ່ານ 5 ແຂວງ ຄື: ຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ໃນນີ້ ປະກອບມີ 32 ສະຖານີ, ກໍ່ສ້າງຂົວໃໝ່ 167 ແຫ່ງ, ອຸໂມງ 75 ແຫ່ງ (ອັດຕາສ່ວນຂົວ ແລະ ອຸໂມງເທົ່າກັບ 62%), ເສັ້ນທາງລົດໄຟຜ່ານເຂດພູດອຍ ກວມເອົາ 80% ສ່ວນທີ່ເຫລືອແມ່ນພູພຽງ ແລະ ທົ່ງພຽງ ແລະ ແຜນກໍ່ສ້າງຈະໃຫ້ສຳເລັດໃນ 5 ປີຄືແຕ່ 2016-2021.
ສ່ວນວຽກຈຸດສຸມຈະປະຕິບັດ ຮອດທ້າຍປີ 2017 ແມ່ນສືບຕໍ່ຕິດຕາມບົດລາຍງານກ່ຽວກັບລາຄາຫົວ ໜ່ວຍຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ, ສືບຕໍ່ປະສານສົມທົບເຈົ້າໜ້າທີ່ພາສີ ໃນການຄຸ້ມຄອງນໍ້າມັນເຊື້ອໄຟ, ວັດຖຸອຸປະກອນ, ຍານພາຫະນະທີ່ ນຳເຂົ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນຳໃຊ້ຖືກເປົ້າ ໝາຍ, ສືບຕໍ່ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກໃນການນຳວັດຖຸອຸປະກອນທາດລະເບີດ ເພື່ອມາຮັບໃຊ້ໂຄງການປະສານສົມທົບກັບກົມໃຫຍ່ເສນາທິການກອງທັບ ໃນການກວດກູ້ລະເບີດທີ່ຍັງບໍ່ທັນແຕກ ຕາມແລວທາງລົດໄຟ ໃນຈຸດທີ່ໄດ້ໄກ່ເກ່ຍກັບປະຊາຊົນ ແລະ ມີການປັກຫລັກໝາຍແລວທາງ ແລະ ກວດກູ້ລະເບີດທາງນໍ້າ ໃນພື້ນທີ່ຈະກໍ່ສ້າງຂົວແມ່ນໍ້າຂອງ 2 ແຫ່ງ ແລະ ຂົວນໍ້າຄານ 2 ແຫ່ງ. ປັດຈຸບັນວຽກຮີບດ່ວນຢູ່ໂຄງການກໍ່ສ້າງ ແມ່ນມີຄວາມຕ້ອງການແຮງງານລາວປະມານ 7 ພັນກວ່າຄົນ ເພື່ອບັນຈຸເຂົ້າໃນໜ້າວຽກສໍາຄັນຕ່າງໆ, ຊຶ່ງຈະມີການປະກາດຮັບສະໝັກແຮງງານລາວໃນໄວໆນີ້ ແລະ ເປັນໂອກາດອັນດີໃນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນທ້ອງຖິ່ນ.
Editor: ຕະວັນ ແສງສະຫວັນ