ໃນວັນທີ 21 ກໍລະກົດ 2017 ຜ່ານມານີ້, ຢູ່ທີ່ໂຮງຫມໍມະໂຫສົດ, ນະຄອນຫລວງວຽງຈັນ ໄດ້ມີກອງປະຊູມ ຖ່າຍທອດຄວາມຮູ້ ດ້ານວິຊາການແພດ ກ່ຽວກັບການຜ່າຕັດ ທໍ່ລະບົບຖ່າຍເທ ໂດຍສະເພາະກ່ຽວກັບການຜ່າຕັດຫນິວຫມາກໄຊ່ຫລັງ ທີ່ມີປະສິດທິພາບ ດ້ວຍເຄື່ອງມືອຸປະກອນ ທີ່ມີຄວາມທັນສະໄຫມ ແຕ່ໄດ້ຮັບຜົນດີສູງ, ການຖ່າຍທອດຄວາມຮູ້ດັ່ງກ່າວ ໃນຄັ້ງນີ້ ໂດຍປະຕິບັດຕາມແຜນການຮ່ວມມືດ້ານວິຊາການ ລະຫວ່າງ ໂຮງຫມໍມະໂຫສົດ ແລະ ໂຮງຫມໍມະຫາວິທະຍາໄລ ແພດສາດ ນະຄອນຮ່າໂນ້ຍ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ໂດຍການສະນັບສະຫນູນ ຈາກ ບໍລິສັດ ໄຊມັງກອນ ການຢາ ຈຳກັດຜູ້ດຽວ. ການຖ່າຍທອດຄວາມຮູ້ດ້ານວິຊາການ ກ່ຽວກັບການຜ່າຕັດ ທໍລະບົບຖ່າຍເທ ໂດຍ ທ່ານ ຮອງສາດສະດາຈານ ດຣ. ຮ່ວງລອງ ຫົວຫນ້າພະແນກຜ່າຕັດ ໂຮງຫມໍມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ ສສ ຫວຽດນາມ ແລະ ເຂົ້າຮ່ວມຮັບຟັງ ມີຄະນະຫົວຫນ້າ, ຮອງຫົວຫນ້າພະແນກຜ່າຕັດ, ວິຊາການແພດ ແລະ ແພດຜ້າຕັດ ທີ່ກ່ຽວຂ່້ອງເຂົ້າຮ່ວມ ເກືອບ 20 ທ່ານ.
ທ່ານ ຮອງສາດສະດາຈານ ດຣ. ຮ່ວງລອງ ກ່າວວ່າ: ການບັນຍາຖ່າຍທອດຄວາມຮູ້ດ້ານວິຊາການແພດ ຄັ້ງນີ້ ແມ່ນໄດ້ນຳເອົາເຕັກນິກການຜ່າຕັດໃຫມ່ ທີ່ມີຄວາມທັນສະໄຫມ, ດ້ວຍເຕັກນີກ ແລະ ເຕັກໂນໂລຊີໃຫມ່ເຄື່ອງມືຜ່າຕັດ ທີ່ມີຜົນດີຕໍ່ຜູ້ປ່ວຍ, ປອດໄພ. ສຳລັບບົດຮຽນທີ່ຖ່າຍທອດກັນໃນຄັ້ງນີ້ ແມ່ນຮຽນຮູ້ກ່ຽວກັບການຜ່າຕັດສະຫລາຍຫນິ້ວໃນຫມາກໄຂ່ຫລັງ ດ້ວຍເຕັກນິກການຜ່າຕັດໃຫມ່ ທີ່ແພດຫວຽດນາມໃຊ້ກັນ. ທັງມີຜົນດີຕໍ່ຄົນເຈັບ ໂດຍບໍ່ສົ່ງຜົນກະທົບຕໍ່ຫມາກໄຊ່ຫລັງ ແລະ ຜູ້ປ່ວຍພື້ນໂຕໄວ ຫາຍໄວ, ນອກຈາກນັ້ນ ຍັງໄດ້ມີການແນະນຳການນຳໃຊ້ເຄື່ອງມືອຸປະກອນຜ່າຕັດ ທີ່ຖືກວິທີ ໃຫ້ກັບແພດຜ່າຕັດ ແລະ ຊຽວຊານພາຍໃນໂຮງຫມໍ ມະໂຫສົດ ຕື່ມອີກ. ການຮ່ວມມື ຂອງສອງໂຮງຫມໍ ດ້ານຊຽວຊານແພດ ຄັ້ງນີ້ ໂດຍໄດ້ຮັບການສະຫນັບສະຫນູນ ຈາກ ບໍລິສັດ ໄຊມັງກອນ ການຢາ ຈຳກັດຜູ້ດຽວ ເຊີ່ງເປັນອີກຫນຶ່ງບໍລິສັດ ທີ່ໄດ້ນຳເຂົ້າເຄື່ອງຈັກ ຍິງຫນີວ ຫລື ສະຫລາຍຫນີ້ວ ດ້ວຍແສງເລເຊີ ຈາກຕ່າງປະເທດ ເຂົ້າມາຈຳຫນ່າຍ ໃນ ສປປ ລາວ, ເຊີ່ງເປັນເຄື່ອງຈັກ ທີ່ມີຄວາມທັນສະໄຫມ ແລະ ຢູ່ທີ່ໂຮງຫມໍ ໄຊມັງກອນ ກໍ່ໄດ້ນຳເຄື່ອງມືດັ່ງກ່າວ ມາແລ້ວ ເປັນເວລາ 4 ປີ, ແລະ ເຫັນວ່າໄດ້ຮັບຜົນດີ, ຄົນເຈັບແມ່ນສາມາດພື້ນຟູໄດ້ໄວ, ມີຜົນຂ້າງຄຽງຫນ້ອຍ.
ຖ້າໂຮງຫມໍໃດ ຫາກມີຄວາມສົນໃຈ ຕ້ອງການນຳເອົາເຄື່ອງຈັກຍິງຫນີ້ວ ຫລື ສະຫລາຍຫນີ້ວ ສາມາດຕິດຕໍ່ໄດ້ ທາງ ບໍລິສັດ ໄຊມັງກອນ ການຢາ ຕັ້ງຢູ່ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ. ນອກຈາກນີ້, ບໍລິສັດ ຍັງຈະສົ່ງໄປຝຶກອົບຮົມວິທີການນຳໃຊ້ເຄື່ອງຈັກ ທີ່ໂຮງຫມໍໄຊມັງກອນສາກົນ ທີ່ແຂວງອຸດົມໄຊ ນຳຊ່ຽວຊານທີ່ມີປະສົບການ ໃນການແນະນຳວິທີການນຳໃຊ້ໃຫ້ຖືກວີທິອີກດ້ວຍ,
ສາມາດສອບຖາມ ໄດ້ທີ່ເບີ: 021: 615062, ແຟຣກ: 021 615064 ການຕະຫລາດ 020: 54842789 ສຸກນິລັນ.
Editor: ກຳປານາດ ລັດຖະເຮົ້າ