ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ຕໍ່ການດໍາລົງຊິວິດຂອງພໍ່ແມ່ປະຊາຊົນ ໂດຍສະເພາະຂົງເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ, ດັ່ງນັ້ນ ໃນວັນທີ 19 ກໍລະກົດ 2017 ຜ່ານມານີ້, ທ່ານ ສົມເພັດ ອິນທະທິລາດ ຄະນະປະຈໍາພັກແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ທັງເປັນສະມາຊີກສະພາແຫ່ງຊາດເຂດເລື່ອກຕັ້ງ 13 ແຂວງສະຫວັນນະເຂດ, ພ້ອມຄະນະທິມງານສະຫະພັນແມ່ຍີງແຂວງ ນໍາທິມໂດຍ ທ່ານນາງ ແກ້ວພອນ ເກດຕະວົງ ຮອງປະທານສະຫະພັນແມ່ຍີງແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ພໍ່ແມ່ປະຊາຊົນບ້ານ ນາກອງ, ເມືອງນອງ ຊື່ງບ້ານດັ່ງກ່າວມີພົນລະເມືອງ 424 ຄົນ, ຍີງ210 ຄົນ, ມີ 82 ຄອບຄົວ, 76 ຫລັງຄາ ເປັນຊົນເຜົ່າມັງກອງ, ເຊີ່ງມີອາຊີບເຮັດໄຮ່. ສຳລັບ ໃນການລົງມາຢ້ຽມຢາມຄັ້ງນີ້ ທ່ານ ພ້ອມດ້ວຍຄະນະທິມງານ ກໍ່ໄດ້ມີເຄື່ອງຊ່ວຍເຫຼືອຈໍານວນໜຶ່ງມາມອບ, ເຊິ່ງປະກອບມີເຄື່ອງອຸປະໂພກ-ເຄື່ອງນຸ່ມຫົ່ມ,ເຄື່ອງນັກຮຽນ,ເຄື່ອງໃຊ້ສອຍໃນຊິວິດປະຈໍາວັນ ແລະ ອູປະກອນການຜະລິດກະສິກຳ ຈົກ,ສຽມ, ມິດ, ພ້າ, ເຄື່ອງບໍລິໂພກ ປະກອບມີເຂົ້າໜົມ, ເຂົ້າຈີ່, ມີ່ໄວໄວ, ນໍ້າດື່ມ ແລະ ອຸປະກອນການຮຽນການສອນ ແລະ ເຄື່ອງອື່ນືໆ ອີກຈໍານວນໜຶ່ງ, ນອກນັ້ນຍັງມີແບ້ ຈໍານວນ 4ໂຕ ມອບໃຫ້ຄອບຄົວອານາຖາ ທີ່ເປັນແມ່ໝ້າຍ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ສ່ວນຫລາຍແມ່ນໄດ້ມາຈາກການປຸກລະດົມຊ່ວຍເຫຼືອ ຈາກບັນດາອົງການຈັດຕັ້ງພັກ-ລັດ ແລະ ເອກະຊົນ, ນັກທຸລະກິດຂະແຫນງການຕ່າງໆ ໂດຍສະເພາະແມ່ນປະກອບສ່ວນຈາກ ບັນດາພະແນກການ, ສະຫະພັນແມ່ຍີງອອ້ມຂ້າງແຂວງ, ບັນດາພັນລະຍາການນໍາ, ສະມາຄົມນັກທຸລະກິດຍີງ, ບໍລິສັດຫ້າງຮ້ານ ແລະ ງົບປະມານທີ່ໄດ້ມາຈາກການຂາຍສະຫລາກລາງວັນຊີງໂຊກ ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍີງ ສາກົນ ທີ 8 ມີນາ ຄົບຮອບ 107 ປີ ແລະ ວັນທີ 20 ກໍລະກົດ ຄົບຮອບ 62 ປີ
ຈຸດປະສົງແມ່ນເພື່ອພັດທະນາຊິວິດການເປັນຢູ່ຂອງຄອບຄົວເອື້ອຍ-ນ້ອງແມ່ຍີງ ແລະ ເດັກນ້ອຍ ທີ່ທຸກຍາກ ແລະ ຂາດເຂີນໃນການດໍາລົງຊິວິດເພື່ອໃຫ້ເຂົາເຈົ້ານໍາໃຊ້ເຂົ້າໃນການສ້າງສາເສດຖະກິດຄອບຄົວ ໃຫ້ນັບມື້ນັບດີຂື້ນ ແລະ ສາມາດສົ່ງເສີມເດັກນ້ອຍ ໃຫ້ໄດ້ເຂົ້າຮຽນຕາມເກນອາຍຸ ແລະ ກາຍເປັນຄອບຄົວຕົວແບບຂອງແມ່ຍີງ, ການມອບຄັ້ງນີ້ໃຫ້ກຽດຂື້ນມອບ ໂດຍ ທ່ານ ສົມເພັດ ອິນທະທິລາດ ພ້ອມຄະນະທິມງານສະຫະພັນແມ່ຍີງແຂວງ, ນັກທຸລະກິດ, ຜູ້ຮັບຕາງໜ້າ 82 ຄອບຄົວ ຊ້ອງໜ້າແຂກເຂົ້າຮ່ວມທັງໝົດ ແລະ ພໍ່ແມ່ປະຊາຊົນເປັນສັກຂິພິຍານນໍາດ້ວຍ.
ຂ່າວຍັງແຈ້ງຕື່ມອີກວ່າ: ຄະນະທິມງານສະຫະພັນແມ່ຍີງແຂວງ ສົມທົບກັບເມືອງເຊໂປນ ກໍ່ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນ ບ້ານກະແຫລ່ງກາງ, ເມືອງເຊໂປນ ຈໍານວນ 98 ຄອບຄົວ, ນໍາພາທິມງານໂດຍ ທ່ານ ບຸນດາໄລ ເຄນນະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງເຊໂປນ ພ້ອມຄະນະ,ມີ ທ່ານນາງ. ສີສະຫວັດ ໂຄດທະວົງສາ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍີງລາວ ທັງເປັນປະທານສະຫະພັນແມ່ຍີງແຂວງສະຫວັນນະເຂດ ພ້ອມຄະນະທິມງານເອື້ອຍ-ນ້ອງແມ່ຍີງ, ນັກທະລະກິດຕ່າງໆ, ສະມາຊີກສະພາປະຊາຊົນແຂວງ, ເມືອງເຂົ້າຮ່ວມ, ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີເຄື່ອງບໍລິໂພກເຂົ້າສານໜຽວ 1 ສອບ, ເຄື່ອງອາຫານແຫ້ງມີ່, ເຂົ້າໜົມ, ນໍ້າດື່ມ,ເຄື່ອງນຸ່ງຫົ່ມ, ເຄື່ອງນັກຮຽນ, ແບ້5ໂຕ, ອຸປະກອນການຮຽນ ແລະ ອື່ນໆ ໂດຍແມ່ນ ທ່ານ ບຸນດາໄລ ເຄນນະວົງ, ທ່ານນາງ ສີສະຫວັດ ໂຄດທະວົງສາ ພ້ອມຄະນະທິມງານເປັນຜູ້ມອບ, ຕາງໜ້າ 98 ຄອບຄົວຂື້ນຮັບຊ້ອງໜ້າແຂກເຂົ້າຮ່ວມ ແລະ ພໍ່ແມ່ປະຊາຊົນບ້ານກະແຫລງກາງເປັນສັກຂີພິຍານນໍາດ້ວຍ.
Editor: ກຳປານາດ ລັດຖະເຮົ້າ