ໃນວັນທີ 21 ກໍລະກົດ 2017 ນີ້, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ແລະ ອຳນາດປົກຄອງເມືອງຫາດຊາຍຟອງ, ລວມທັງພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດງານຖະແຫລງຂ່າວ ກ່ຽວກັບການເປີດຫ້ອງວາງສະແດງສິນຄ້າໂອດອບ ນະຄອນຫລວງວຽງຈັນ ແລະ ງານແຂ່ງຂັນເຮືອຊ່ວງ ປະຈຳປີ 2017 ທີ່ສວນນ້ຳອິນແປງຣິເວີໄຊ້, ທີ່ບ້ານດົງໂພສີ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ໂດຍການເປັນປະທານຮ່ວມ ມີ ທ່ານ ເບີລີນ ເພັດຈັນທະລາດ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ. ມີ ທ່ານ ແກ່ນ ວໍລະສານ ຮອງເຈົ້າເມືອງຫາດຊາຍຟອງ, ທ່ານ ກອງແກ້ວ ແທ່ງດາວົງໄຊ ຫົວຫນ້າຂະແຫນງກິລາລະດັບສູງ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ມີ ທ່ານ ແອັດ ພັນນິວົງ ປະທານ ບໍລິສັດ ອິນແປງກຣູບ ແລະມີບັນດາແຂກທີ່ກ່ຽວຂ້ອງ,ບັນດາຫົວຫນ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ເບີລີນ ເພັດຈັນທະລາດ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ເປີດເຜີຍວ່າ: ຈຸດປະສົງ ແລະ ເປົ້າຫມາຍ ຂອງພະແນກ ທີ່ຈະໄດ້ເປີດຫ້ອງຊາຍ ທີ່ສວນນ້ຳອິນແປງ ເພື່ອເປັນການຂອກຫາຕະຫລາດການຈຳຫນ່າຍສິນຄ້າ ໃຫ້ແກ່ຫົວຫນ່ວຍທຸລະກິດໂອດອບ ໃຫ້ກວ້າງຂວາງອອກໄປ ແລະ ທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນຂອງຄົນລາວ ໃຫ້ກ້າວໄປສູ່ສາຍຕາຂອງຕ່າງປະເທດ, ແລະ ທັງວເປັນການໂຄສະນາສິນຄ້າ, ລວມໄປເຖິງການສ້າງມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນໂອດອບ ທີ່ເປັນທີ່ຍອມຮັບ ຂອງສັງຄົມ, ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານ ທີ່ຕອບສະຫນອງ ແກ່ຜູ້ຊົມໃຊ້, ນອກຈາກນີ້ ຍັງເປັນການກະຕຸກຊູກຍູ້ໃຫ້ຜະລິດຕະພັນ ລວມທັງຜູ້ປະກອບການ ໄດ້ມີການພັດທະນາສິນຄ້າຂອງຕົນ, ມີການປັບປຸງການຜະລິດ ເພື່ອຍັ້ງຍືນເຖິງຄຸນນະພາບ ແລະ ເປັນການສ້າງລາຍໄດ້, ສ້າງຄວາມເຂັ້ມແຂງ ໃຫ້ກັບພາກສ່ວນຫົວຫນ່ວຍຕ່າງໆ, ພ້ອມກັນນັ້ນ ຍັງເປັນການຊຸກຍູ້ທີ່ກ່ຽວຂ້ອງ ຫັນມາສະຫນັບສະຫນູນສິນຄ້າ ຫລື ຜະລິດຕະພັນ ທີ່ເປັນພູມປັນຍາຂອງທ້ອງຖີ່ນ ທີ່ເປັນສິນຄ້າໂອດອບ ຂອງຄົນລາວ ຫລາຍຂຶ້ນ
ທ່ານ ຫົວຫນ້າ ພະແນກອຸດສາຫະກຳ ແລະ ການຄ້າ ກ່າວຕື່ມວ່າ: ການເປີດຫ້ອງວາງສະແດງ ສິນຄ້າໂອດອບ ທີ່ສວນນ້ຳອິນແປງ ເປົ້າຫມາຍຫລັກ ເລັງໃສ່ບັນດາສິນຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ແຫ່ງຊາດ ( ຖອດອບ) ຂອງນະຄອນຫລວງວຽງຈັນ ແລະ ສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ໃນເມືອງ ແລະ ຕ່າງແຂວງ ກໍ່ສາມາດນຳມາວາງຂາຍໄດ້, ລວມທັງຈຳພວກພຶດຜັກອິນຊີ, ສິນຄ້າຕົວແບບ ດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳປຸງແຕ່ງຂະແຫນງຕ່າງໆ, ສຳລັບການເປີດຫ້ອງຂາຍ ເລີ່ມເປັນທາງການ ແມ່ນເລີ່ມນັບແຕ່ວັນທີ 23 ສີງຫາ 2017 ເປັນຕົ້ນໄປ ,,,,,ເຊີ່ງສະຖານທີ່ແມ່ນມີຄວາມເອື້ອອຳນວຍຫລາຍດ້ານ, ທັງຫ້ອງຂາຍ, ທີ່ເປັນຫ້ອງໂຖງ, ມີໄຟຟ້າ, ແອ ຄົບຊຸດ, ຮູບແບບຂອງການຂາຍ ແມ່ນເປັນລັກສະນະຝາກຂາຍ ຫລື ຍາກຈັບຈອງສະຖານທີ່ກໍ່ສາມາດພົວພັນກັບພາກສ່ວນຮັບຜິດຊອບໄດ້ ສ່ວນວ່າ ເວລາເປີດຫ້ອງຂາຍ ແມ່ນຈະເລີ່ມແຕ່ 10 ເຊົ້າ - 19 ໂມງແລງ ທຸກໆມື້, ພິເສດ ສຳລັບເສົາ-ທິດ ກໍ່ຈະມີສິນຄ້າປະເພດຜັກອິນຊີ ເຂົ້າມາຂາຍ ໃນສະເພາະ ເສົາ-ອາທິດ ແຜນໃນເບື້ອຕົ້ນ, ທ່ານໃດ ຫລື ພາກສ່ວນທີ່ສົນໃຈ ກໍ່ສາມາດ ພົວພັນທີ່ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ຫລື ສາມາດ ພົວພັນ ສວນນ້ຳອິນແປງໂດຍກົງກໍ່ໄດ້
ນອກຈາກນີ້ ໃນລະຫວ່າງວັນທີ 11-16 ກັນຍາ 2017 ທີ່ທ່າ ສວນນ້ຳອິນແປງ ກໍ່ຍັງຈະໄດ້ຈັດການແຂ່ງຂັນ ເຮືອຊ່ວງ ປະຈຳປີ 2017 ຂື້ນ ເຊີ່ງ ທ່ານ ກອງແກ້ວ ແທ່ງດາວົງໄຊ ຫົວຫນ້າຂະແຫນງກິລາລະດັບສູງ ຈາກພະແນກສຶກສາທີການ ແລະ ກິລາ ນະຄອນຫລວງວຽງຈັນ ຍັງໄດ້ເປີດເຜີຍ ເຖິງການກະກຽມ ການແຂ່ງຂັນເຮືອຊ່ວງ ວ່າ: ການແຂ່ງຂັນເຮືອຊ່ວງ ທີ່ທ່າ ສວນນ້ຳອິນແປງ ຈັດຂື້ນໃນທຸກໆປີ ໃນນັ້ນ ມີ 2 ລາຍການແຂ່ງຂັນ ຄື: ການແຂ່ງຂັນເຮືອກິລາ 12 ສີພາຍ ແລະ ແຂ່ງຂັນເຮືອ 55 ສີພາຍ.
ສຳລັບປີ 2017 ນີ້, ລາຍການແຂ່ງຂັນເຮືອກິລາ 12 ສີພາຍ ມີເຮືອເຂົ້າແຂ່ງຂັນ ຈຳນວນ 10 ລຳ ແລະ ເຮືອ 55 ສີພາຍ ມີຈຳນວນ 14 ລຳ, ການແຂ່ງຂັນດັ່ງກ່າວ ກໍ່ເພື່ອເປັນການຄັດເລືອກເອົານັກກິລາດີເດັ່ນ ໃນການເປັນຕົວແທນໃຫ້ແກ່ນະຄອນຫລວງວຽງຈັນ ເພື່ອກຽມເຂົ້າແຂ່ງຂັນ ງານມະຫາກຳກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ໃນທ້າຍປີ 2018 ແລະ ຍັງເປັນການປົກປັກຮັກສາຮິດຄອງປະເພນີ, ວັດທະນະທຳອັນດີງາມ ຂອງຊາດລາວເຮົາ ທີ່ສຶບທອດກັນມາແຕ່ດົນນານ, ພ້ອມກັນນັ້ນ ຍັງຕິດພັນກັບການສົ່ງເສີມການທ່ອງທ່ຽວ ພາຍໃນນະຄອນຫລວງວຽງຈັນອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ