ຊົມເຊີຍວັນປູກຕົ້ນໄມ້ ເພື່ອມິດຕະພາບ ແລະ ຮັກສາສະພາບແວດລ້ອມ ຮ່ວມກັນລະຫວ່າງ ກົມປ່າໄມ້ ແລະ ອົງການ ຕາ ກາວ ກຣີນ ຄັບ (Takao Green Club Japan) ຈາກປະເທດຍີ່ປຸ່ນ.
ໃນເຊົ້າວັນທີ 17 ກໍລະກົດ 2017 ຜ່ານມານີ້, ຢູ່ທີ່ ເຂື່ອນໄຟຟ້ານ້ຳຊອງ, ເມືອງຫີນເຫີບ, ແຂວງວຽງຈັນ. ໄດ້ມີ ການປູກຕົ້ນໄມ້ເພື່ອມິດຕະພາບ ແລະ ຮັກສາສະພາບແວດລ້ອມ. ໂດຍການເຂົ້າຮ່ວມຂອງ ທ່ານ ລັດຕະນະ ພະໄຊສົມບັດ ຫົວຫນ້າສູນຝຶກອົບຮົມປ່າໄມ້ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ຣີວ ຄຸນນິຫິໂຕະ (Mr. Ryu kunihito ) ຫົວໜ້າສະມາຄົມ ຕາ ກາວ ກຣີນ ຄັບ Takao Green Club Japan ຈາກປະເທດຍີ່ປຸ່ນ. , ມີບັນດາທ່ານ ພະນັກງານທີ່ກ່ຽວຂ້ອງ ອຳນາດການປົກຄອງບ້ານ, ຄູອາຈານພ້ອມດ້ວຍນັກຮຽນ ແລະ ພະນັກງານຂອງສູນເຂົ້າຮ່ວມ ຈໍານວນ 120 ຄົນ.
ທ່ານ ລັດຕະນະ ພະໄຊສົມບັດ ຫົວຫນ້າສູນຝຶກອົບຮົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນລາຍງານກ່ຽວກັບການປູກຕົ້ນໄມ້ໃນຄັ້ງນີ້ ວ່າ: ຈຸດປະສົງແມ່ນເພື່ອປູກໄມ້ຟື້ນຟູປ່າທີ່ຊຸດໂຊມ ຍ້ອນການຖາງປ່າເຮັດໄຮ່ຂອງປະຊົນບັນດາເຜົ່າ ແລະ ເພື່ອເປັນການປູກຈິດສຳນຶກໃຫ້ນ້ອງນ້ອຍນັກຮຽນໃຫ້ຮູ້ຈັກການຮັກສາປ່າໄມ້, ໃຫ້ກັບກາຍເປັນປ່າທີ່ອຸດົມສົມບູນໃນຕໍ່ໜ້າ ພື້ນທີ່ໂຄງການແມ່ນກວມເອົາ 2 ເມືອງຄື: ເມືອງວັງວຽງ ແລະ ເມືອງຫີນເຫີນ, ແຂວງວຽງຈັນ, ມີ 15 ບ້ານເປົ້າໝາຍຂອງໂຄງການເຊີ່ງກວມເອົາເນື້ອທີ່ ທັ່ງໝົດ 25 ເຮັກຕາ. ໄດ້ປະຕິບັດມາເປັນປີທີ່ 7 ຕິດຕໍ່ກັນ ໃນປີນີ້ມີເນື້ອທີປູກຕົ້ນໄມ້ 3 ເຮັກຕາ, ປູກໃສ່ບ່ອນເຮັດໄຮ່ເກົ່າຂອງປະຊາຊົນ, ໄມ້ທີ່ນໍາມາປູກໃນຄັ້ງນີ້ມີ: ໄມ້ດູ່, ໄມ້ແຕ້ຂ່າ, ແຄນເຮືອ, ແຄນຂະຍອມ, ໄດ້ດູ່ລາຍ ແລະ ໄມ້ອື່ນໆ ລວມທັງໝົດ 8 ຊະນິດ ທັງໝົດແມ່ນໄມ້ພື້ນເມືອງ. ໄດ້ຮັບການສະໜັບສະໜູນຈາກ ອົງການ ກາວກຣີນຄັບ Takao Green Club Japan ຈາກປະເທດຍີ່ປຸ່ນ.
ຫຼັງຈາກນັ້ນ, ບັນດາທ່ານກໍ່ຮ່ວມກັນປູກຕົ້ນໄມ້ຢ່າງເປັນຂະບວນຝົດຟື້ນ, ທ່າມກາງບັນຍາກາດຝົນຕົກ ແຕ່ທຸກຄົນກໍ່ແມ່ນມີຄວາມເອົາໃຈໃສ່ ແລະ ຈົນປູກຕົ້ນໄມ້ສໍາເລັດ.
Editor: ກຳປານາດ ລັດຖະເຮົ້າ