ເມື່ອບໍ່ດົນຜ່ານມານີ້, ທ່ານ ໂມ ໄອນິ ອາຕານ ( Mohd Aini Atan) ເອກອັກຄະລັດ ຖະທູດມາເລເຊຍ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ຢູ່ທີ່ແຂວງຈໍາປາສັກ ການຈັດຕັ້ງປະຕິບັດວຽກງານຂອງໂຄງການດັ່ງກ່າວຄືບໜ້າ ຫລາຍກວ່າ 30 ສ່ວຍຮ້ອຍ ແລະ ແຜນການຄາດວ່າຈະສໍາເລັດພາຍໃນປີ 2019
ລະຫວ່າງຢ້ຽມຢາມຄັ້ງນີ້, ທ່ານ ຊິມ ຊີ ເຊັງ ຜູ້ຄວບຄຸມຝ່າຍວຽກງານກໍ່ສ້າງໄດ້ແຈ້ງໃຫ້ຊາບວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຕັ້ງ ຢູ່ເມືອງໂຂງ, ແຂວງຈຳປາສັກ ມາຮອດປັດຈຸບັນ ການກໍ່ສ້າງ ໂດຍລວມ ສຳເລັດ 31 ສ່ວນຮ້ອຍ, ພາຍລັງດຳເນີນ ການກໍ່ສ້າງ ມາແຕ່ເດືອນຕຸລາ 2015 ຄາດວ່າ ຈະໃຫ້ສຳເລັດ 100 ສ່ວຍຮ້ອຍ ໃນທ້າຍປີ 2019 ແລະ ໃນປັດຈຸບັນ ແມ່ນພວມດຳເນີນສ້າງບ່ອນໂຮງຜະລິດໄຟຟ້າ ແລະ ຈຸດສຳຄັນອື່ນໆ.
ໂອກາດດັ່ງກ່າວນີ້ ທ່ານເອກອັກຄະລັດຖະທູດມາເລເຊຍ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ດີໃຈທີ່ເຫັນວ່າກໍ່ສ້າງໂຄງການຕົວຈິງ ມີຄວາມຄືບໜ້າຫລາຍ ແລະ ເຊື່ອວ່າໂຄງການນີ້ພາຍໃຕ້ ການລົງທຶນຂອງນັກທຸລະກິດມາເລເຊຍ ຈະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈະຊ່ວຍເຮັດໃຫ້ ສປປ ລາວ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາພາຍໃນປີ 2020. ພ້ອມນີ້ ທ່ານ ໂມ ໄອນິ ອາຕານ ກໍໄດ້ແນະນໍາໃຫ້ກຸ່ມນັກທຸລະກິດດັ່ງກ່າວ ຕ້ອງເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍ ແລະ ຮັກສາໃຫ້ໄດ້ຄວາມເປັນລະບຽບຮ້ອຍ. ເຂື່ອນໄຟຟ້າ ດອນສະໂຮງ ເປັນຝາຍນໍ້າລົ້ນ ທີ່ບໍ່ມີການເກັບກັກນໍ້າ ໂດຍແມ່ນບໍລິສັດ ເມັກກະເຟີສ ຈາກ ປະເທດມາເລເຊຍ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນຄ່າການລົງທຶນ ທັງໝົດ ຫລາຍກວ່າ 500 ລ້ານ ໂດລາສະຫະລັດ, ໃນນັ້ນ ບໍລິສັດດັ່ງກ່າວ, ຖືຮຸ້ນ 80 ສ່ວນຮ້ອຍ ແລະ ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 20 ສ່ວຍຮ້ອຍ, ມີອາຍຸສຳປະທານ 25 ປີ, ເຊິ່ງເຂື່ອນດັ່ງກ່າວ ປະກອບມີ 4 ເຄື່ອງຈັກ, ມີກຳລັງການຕິດຕັ້ງ 260 ເມກາວັດ, ສາມມາດຜະລິດກະແສໄຟຟ້າ ໄດ້ສະເລ່ຍ 2.000 ກວ່າ ກິກກາວັດໂມງຕໍ່ປີ ພາຍຫລັງ ສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການ ຈະສົ່ງກະແສໄຟຟ້າ ໃຫ້ລັດວິສາຫະກິດໄຟຟ້າລາວ 100 ສ່ວນຮ້ອຍ.
Editor: ກຳປານາດ ລັດຖະເຮົ້າ