ການສ້າງຟາມວິໄຈ ແລະ ພັດທະນາການລ້ຽງງົວ ຂອງຄະນະກະເສດສາດ, ມະຫາ ວິທະຍາໄລແຫ່ງຊາດ ເປົ້າຫມາຍຫລັກ ເພື່ອເສີມຂະຫຍາຍຜົນການຄົ້ນຄວ້າ ອອກສູ່ຊາວກະສິກອນ, ນັບທັງການຖ່າຍທອດບົດຮຽນ ແລກປ່ຽນບົດຮຽນ ແລະ ໃຫ້ການຮ່ວມືດ້ານເຕັກນິກ ຕ່າງໆ. ແລະ ເມື່ອບໍ່ດົນມານີ້ ຄະນະ ທີມຂ່າວ ສະຖານີ ພວກເຮົາ ໄດ້ມີໂອກາດ ລົງໄປເບີ່ງຟາມ ວິໄຂ ແລະ ພັດທະນາການລ້ຽງງົວ ຂອງຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ເຊດບ້ານປາກຊາບ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ແລະ ໄດ້ພົບປະໂອລົມ ກັບຄະນະບໍດີິ ຄະນະກະເສດສາດ, ລວມທັງຄູອາຈານ ທີ່ຮັບຜິດຊອບ ໃນຂະແຫນງການດັ່ງກ່າວ.
ທ່ານ ອາຈານ ປະລິນຍາເອກ ວຽງສະກຸນ ນາປະເສີດ ເຊີ່ງເປັນອາຈານສອນ ແລະ ຮັບຜິດຊອບກ່ຽວກັບການລ້ຽງສັດ ພາຍໃນຄະນະກະເສດສາດ ໄດ້ເປີດເຜີຍເຖິງຜົນງານການວິໄຈ ແລະ ການຄົ້ນຄວ້າ ຂອງຄະນະ ທີ່ເປັນຜົນງານດີເດັ່ນສ້າງສື່ສຽງແກ່ຄະນະກະເສດສາດ ກໍ່ຄື ມະຫາວິທະຍາໄລແຫ່ງຊາດ, ລວມທັງສື່ສຽງແກ່ປະເທດຊາດ. ປະກອບມີ ລາງວັນ ນັກກະສິກຳ ຫນຸ່ມ ແຫ່ງປະເທດຍີ່ປຸ່ນ, ລາງວັນນັກຄົ້ນຄວ້າດີເດັ່ນ 20 ປີ ຂອງ ມຊ ກ່ຽວກັບວິທະຍາສາດການລ້ຽງງົວ ແລະ ລາງວັນສິດເກົ່າແຫ່ງຄວາມພາກພູມໃຈ ຂອງມະຫາວິທະຍາໄລຂອນແກ່ນ ປະເທດໄທ. ທ່ານ ອາຈານ ປະລິນຍາເອກ ວຽງສະກຸນ ນາປະເສີດ ກ່າວຕື່ມວ່າ: ເປົ້າຫມາຍຫລັກຂອງຄະນະກະເສດສາດ ສະເພາະການລ້ຽງສັດ ຄືການເຂົ້າມາແກ້ໄຂບັນຫາ ເຮັດໃຫ້ສັດລ້ຽງມີອາຫານກິນ ສະນັ້ນ ຂິ່ງໄດ້ມີການຄົ້ນຄວ້າ ແລະ ທົດລອງສູດອາຫານສຳລັບສັດຂື້ນ ໃນນັ້ນປະກອບມີການເຮັດຫຍ້າມັກ, ການເຮັດອາຫານເສີມ ເພື່ອເຮັດໃຫ້ງົວຕຸ້ຍພີດີງາມ ໂດຍການນຳໃຊ້ວັດຖຸດິບທີ່ມີໃນທ້ອງຖີ່ນ, ໂດຍສະເພາະ ວັດຖຸດີບທີ່ເປັນສິ່ງເສດເຫລືອທາງດ້ານກະສິກຳ, ອຸດສະຫາກຳ ມາເປັນສ່ວນປະສົມໃນສຸດອາຫານ. ປະຈຸບັນ ຄະນະ ແມ່ນມີຜົນງານຄົ້ນຄວ້າຈາກການທົດລອງໃນຫລາຍໆຜົນງານ ຫລັກໆຄືການນຳໃຊ້ສິ່ງເສດເຫລືອ ຈາກກະສິກຳ ແລະ ອຸດສາຫະກຳ ອື່ນໆ ນຳມາຫມູນໃຊ້, ການການທົດລອງ ຕົວຈິງ ຂອງຄະນະ ກ່ຽວກັບສູດອາຫານ ເຫັນງົວລ້ຽງ ມີນ້ຳຫນັກເພີ່ມຂື້ນ 7 ຂິດ ຕໍ່ມື້, ແລະ ປະຈຸບັນແມ່ນມີຫລາຍໆເຕັກນິກ ທີ່ສາມາດນຳໃຊ້ໄດ້ ນອກຈາກທີ່ເປັນອາຫານເສີມແລ້ວ ຍັງສາມາດເກັບອາຫານ ດ້ວຍການມັກໄວ້ ເພື່ອກະຕຸນ ແຮໄວໃນໄລຍະຊາດແຄນ ໂດຍສະເພາະ ຫຍ້າ ປະສົມກັບກາກເບຍ ແລະ ກາກປາແດກ ຈາກໂຮງງານອຸດສາຫະກຳ. ການຄິດຄົ້ນສູດດັ່ງກ່າວ ເພື່ອເປັນອາຫານເສີມແກ່ສັດ, ການຫລຸດຜ່ອນຕົ້ນທຶນໃນການຜະລິດ ແລະ ສຳຄັນຄືການຮັກສາສະພາບແວດລ້ອມ. ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ