ກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນ ລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ໄດ້ຈັດຂື້ນໃນວັນທີ 19 ກໍລະກົດ 2017 ທີ ຫ້ອງປະຊຸມໃຫຍ່ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍການເປັນປະທ່ານຂອງ ທ່ານ ປະລິນຍາເອກ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ; ໂດຍມີ ບັນດາທ່ານຮອງລັດຖະມັນຕີຈາກພາກສ່ວນທີ່ກ່ຽວຂ້ອງ, ບັນດາທ່ານຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ບັນດາທ່ານຮອງເຈົ້າແຂວງ ທັງ 4 ແຂວງ ແລະ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າກົມ, ຫ້ອງການກະຊວງ ຍທຂ ແລະ ທ່ານຫົວໜ້າຫ້ອງການປະສານງານຂັ້ນແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.