ພິທີເຊັນສັນຍາ ສະໜອງທຶນໃຫ້ 7 ໂຄງການ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 19 ກໍລະກົດ 2017 ເຊິ່ງຈັດຂື້ນ ທີ່ ຫ້ອງປະຊຸມຂະແໜງສິ່ງແວດລ້ອມ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ສັກຂີພິຍານຂອງ ທ່ານ ປະລິນຍາເອກ ໄຊນະຄອນ ອິນທະວົງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,
ຫົວໜ້າຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2, ພ້ອມດ້ວຍ ບັນດາຫົວໜ້າກົມ ຕ່າງໆອ້ອມຂ້າງ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 47 ທ່ານ.
ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ຄຳປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 7 ໂຄງການ ທີ່ໄດ້ຮັບທຶນຄື: ໂຄງການສ້າງຄວາມເຂັ້ມແຂງ ໃນການຕິດຕາມກວດກາການປະຕິບັດລະບຽບການປ້ອງກັນຜົນກະທົບສິ່ງແວດລ້ອມ ແຂວງຫົວພັນ, ຊຽງຂວງ, ຫລວງພະບາງ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ງົບປະມານຂອງແຕ່ລະໂຄງການ ແມ່ນ 150,000 ໂດລາສະຫາລັດ ລວມທັງໝົດແມ່ນ 1,050,000 ໂດລາສະຫາລັດ ຫຼື ປະມານ 8 ຕື້ກວ່າກີບ.
ຈຸດປະສົງຂອງໂຄງການແມ່ນເພື່ອສ້າງຄວາມເຂັ້ນມແຂງໃຫ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໃນການຕິດຕາມກວດກາ ການປະຕິບັດລະບຽບການປ້ອງກັນຜົນກະທົບສິ່ງແວດລ້ອມ-ສັງຄົມ. ທັງ 7 ໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນຈະໄດ້ຈັດຕັ້ງປະຕິບັດຕາມແຜນທີ່ໄດ້ວາງໄວ້ ເພື່ອແນ່ໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະຕິບັດຕາມພັນທະ ແລະ ພາລະບົດບາດຂອງຕົນ ອີງຕາມທິດທາງນະໂຍບາຍຂອງລັດຖະບານ, ໂດຍສະເພາະອີງໃສ່ແຜນພັດທະນາເສດຖະກິດ ແລະ ສັງຄົມ ຄັ້ງທີ 8 ແລະ ເຍືອງໃສ່ລະບຽບກົດໝາຍທີ່ກ່ຽວຂ້ອງ ພ້ອມນັ້ນຜົນໄດ້ຮັບຂອງໂຄງການດ່ັງກ່າວແມ່ນ ຈະຕອບສະໜອງຕົວຊີ້ວັດຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ທີ່ໄດ້ວາງໄວ້ ຕາມການຕົກລົງເຫັນດີຂອງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ.
Editor: ກຳປານາດ ລັດຖະເຮົ້າ