ການສ້າງເຂດເສດຖະກິດພິເສດ ແມ່ນການສ້າງຄວາມຫຼາກຫຼາຍທາງດ້ານການລົງທຶນ ເພື່ອເປັນການດຶງດູດການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນພັດທະນາ ພ້ອມທັງ ເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນ, ສົ່ງເສີມການເຊື່ອມໂຍ່ງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ, ຂະນະທີ່ປະຈຸບັນເຂດເສດຖະກິດພິເສດໃນລາວ ມີທັງໝົດ 12 ແຫ່ງສະເພາະໃນ 6 ເດືອນຕົ້ນປີ 2017 ສາມາດດຶງດູດນັກລົງທຶນເຂົ້າມາພັດທະນາໄດ້ເຖິງ 50 ບໍລິສັດ ມີທຶນຈົດທະບຽນຫຼາຍກວ່າ 400 ຕື້ກີບ.
ທ່ານ ຄໍາລຽນ ພົນເສນາ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດໃຫ້ຮູ້ບໍ່ດົນມານີ້ວ່າ: ພັກ - ລັດຖະບານ ໄດ້ຕັດສິນໃຈສ້າງຕັ້ງເຂດເສດຖະກິດພິເສດຢູ່ຫຼາຍແຫ່ງໃນຂອບເຂດທົ່ວປະເທດ ໂດຍໄດ້ກຳນົດເອົາເຂດຈຸດສຸມ ເພື່ອພັດທະນາຕາມທ່າແຮງດ້ານທີ່ຕັ້ງພູມສັນຖານ ແລະ ເງື່ອນໄຂຂອງແຕ່ລະບ່ອນໂດຍໃຫ້ນະໂຍບາຍສົ່ງເສີມ ທີ່ມີລັກສະນະພິເສດ ທັງກຳນົດຂະແໜງການພັດທະນາຢ່າງຈະແຈ້ງເປັນຕົ້ນແມ່ນສ້າງເປັນເຂດນິຄົມອຸດສາຫະກຳ, ເຂດສູນກາງການຄ້າບໍລິການ, ໂລຈິດຕິກຂົນສົ່ງ ຫຼື ເຂດພັດທະນາຕົວເມືອງໃໝ່ ຕິດພັນກັບການທ່ອງທ່ຽວ, ຊຶ່ງການສ້າງເຂດເສດຖະກິດພິເສດ ກໍເພື່ຶອດຶງດູດ ການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ສ້າງຄວາມຫຼາກຫຼາຍທາງດ້ານການລົງທຶນຢູ່ລາວໃຫ້ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ, ສົ່ງເສີມການເຊື່ອມໂຍງດ້ານ ເສດຖະກິດກັບພາກພື້ນ ແລະ ສາກົນ.
ປະຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດທັງໝົດ 12 ແຫ່ງໃນທົ່ວປະເທດ ຄື: ເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເຂດເສດຖະກິດສະເພາະບໍ່ແຕນແດນງາມ, ນິຄົມ ອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ, ເຂດເສດຖະກິດສະເພາະພູຂຽວ , ເຂດພັດທະນາກວມລວມ ໄຊເຊດຖາ, ເຂດເສດຖະກິດສະເພາະບຶງທາດຫຼວງ, ເຂດເສດກິດສະເພາະດົງໂພສີ, ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດສະເພາະທ່າແຂກ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຈຳປາສັກ, ເຂດເສດຖະກິດພິເສດຫຼວງພະບາງ.
ຊຶ່ງຜ່ານການຈັດຕັ້ງປະຕິດບັດຜ່ານມາເຫັນວ່າ ບັນດາບໍລິສັດ ທີ່ມີຊື່ສຽງໄດ້ ເຂົ້າມາລົງທຶນຫຼາຍຂຶ້ນ ມາຮອດປະຈຸບັນ ມີບໍລິສັດ ເຂົ້າມາລົງທຶນທັງໝົດແລ້ວ 351 ບໍລິສັດມູນຄ່າທຶນຈົດທະບຽນ 64 ພັນຕື້ກີບ ຫຼື ປະມານ 8 ຕື້ໂດລາ, ໄດ້ລົງທຶນຕົວຈິງແລ້ວ 12,8 ພັນຕື້ກີບ ປະມານ 1,6 ຕື້ໂດລາ, ມອບພັນທະເຂົ້າງົບປະມານ ຂອງລັດ ທັງໝົດໄດ້ຫຼາຍກວ່າ 136 ຕື້ກີບເທົ່າກັບ 17 ລ້ານໂດລາ ແລະ ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 18 ພັນຕຳແໜ່ງ, ນອກຈາກການເຂົ້າມາລົງທຶນ ຂອງບໍລິສັດຕ່າງຈາກພາຍໃນ ແລະ ຕ່າງປະເທດໃນເຂດເສດຖະກິດພິເສດ ຍັງໄດ້ສ້າງຜະລິດຕະພັນທີ່ແມ່ນສີມືຂອງແຮງງານຄົນລາວພາຍໃຕ້ກາໝາຍສິນຄ້າ Made in Laos ອອກສູ່ສາກົນເປັນມູນ ຄ່າຫຼາຍກວ່າ 3,2 ພັນຕື້ກີບ ຫຼື ປະມານ 400 ລ້ານໂດລາ.
ແນວໃດກໍດີ ສະເພາະໃນໄລຍະ 6 ເດືອນຕົ້ນປີ 2017 ການລົງທຶນຢູ່ເຂດເສດຖະກິດພິເສດ ທັງ 12 ແຫ່ງ ແມ່ນຍັງສຶບຕໍ່ມີທ່າອ່ຽງຂະຫຍາຍຕົວ ໂດຍເຫັນໄດ້ຈາກ ຕົວເລກການເຂົ້າມາລົງທຶນມີສູງເຖິງ 50 ບໍລິສັດ ມີທຶນຈົດທະບຽນ 424 ຕື້ກີບ ຫຼື ປະມານ 53 ລ້ານກວ່າໂດລາ, ມູນຄ່າ ການລົງທຶນຕົວຈິງມີແລ້ວ 128 ຕື້ກີບ ຫຼື ປະມານ 16 ລ້ານກວ່າໂດລາ, ສາມາດເກັບພັນທະອາກອນ ຕາມສັນຍາສຳປະທານເຂົ້າງົບປະມານຂອງລັດ ໄດ້ 5,77 ຕື້ກີບ ປະມານ 7,22 ແສນໂດລາ ພ້ອມທັງສ້າງວຽກເຮັດງານທໍາໄດ້ 2.933 ຄົນ ແລະ ຄາດວ່າຕົວເລກການລົງທຶນຍັງຈະສຶບຕໍ່ເພີ່ມຂຶ້ນຫຼາຍເທົ່າຕົວເມື່ອຮອດທ້າຍປີ 2017.
Editor: ຕະວັນ ແສງສະຫວັນ