ທ່ານນາງ ສວນສະຫວັນ ວິຍາເກດ, ກໍາມະການສໍາຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ທັງແມ່ນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ນໍາເອົາເຄື່ອງຊ່ວຍ ເຫຼືອທີ່ໄດ້ຈາກການລະດົມນຳກຸ່ມບໍລິສັດ ໂຊກໄຊ, ຊຶ່ງປະກອບ ມີ: ສັງກະສີ 700 ແຜ່ນ ແລະ ເຂົ້າສານ 3,5 ໂຕນ, ຄິດເປັນມູນຄ່າ 50 ລ້ານກີບ, ໄປມອບໃຫ້ປະຊາຊົນ ບ້ານອາຊີງໄຕ້, ເມືອງສະໝ້ວຍ ທີ່ປະສົບເຄາະຮ້າຍຈາກໄຟໄໝ້ ເຮືອນ 33 ຫຼັງຄາ ໃນຄັ້ງວັນທີ 12 ກໍລະກົດ 2017 ຜ່ານມາ.
ຈາກນັ້ນ ທ່ານ ຄຳເຫຼັກ ອິນດາວົງ, ກຳມະການພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ກໍ່ໄດ້ມອບຜ້າຮົມ ແລະ ເຂົ້າສານ, ຄິດເປັນມູນຄ່າ 3 ລ້ານກີບ ໄປມອບໃຫ້ເຊັນກັນ.
ພິທີມອບຮັບໄດ້ຈັດຂຶ້ນໃນວັນ 20 ກໍລະກົດ ທີ່ຜ່ານມານີ້ ທີ່ຫ້ອງການສະພາປະຊາຊົນ ແຂວງສາລະວັນ ຕ່າງໜ້າຮັບໂດຍ ທ່ານ ບຸນນານ ປັນຍາຈັກ ຮອງເລຂາພັກເມືອງ, ປະທານກວດກາ, ສະມາຊິກສະພາປະຊາຊົນ ແຂວງສາລະວັນ ເມືອງສະໝ້ວຍ, ໂດຍມີພາກສ່ວນທີກຽ່ວຂ້ອງເຂົ້າຮວ່ມເປັນສັກຂີພິຍານ.
ກອ່ນໜ້ານີ້ ວັນທີ 19 ໃນເດືອນດຽວກັນ, ສະຫະພັນແມ່ຍິງແຂວງສາລະວັນ ຮ່ວມກັບໜ່ວຍຮາກຖານສະຫະພັນແມ່ຍິງອ້ອມຂ້າງແຂວງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດຜ້າຫົ່ມ, ໝອນ, ສາດ, ມຸ້ງ, ເຄື່ອງນຸ່ງ, ອາຫານແຫ້ງ ແລະ ມີເຄື່ອງໃຊ້ຄົວເຮືອນຈຳນວນໜຶ່ງ, ມູນຄ່າ 5 ລ້ານກີບ ແລະ ພ້ອມດ້ວຍເງິນສົດ 4 ລ້ານກວ່າກີບ ໂດຍໃຫ້ກຽດມອບຂອງທ່ານ ທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງ ກໍ່ໄດ້ມອບເຄື່ອງໃຫ້ກັບຄະນະກໍາມະການພື້ນພູໄຟພິບັດ, ຊຶ່ງຮັບໂດຍ ທ່ານ ວິໄລສັກ ພົມພັກດີ, ຄະນະກໍາມະການພື້ນພູໄຟພິບັດເມືອງສະໝ້ວຍ ພ້ອມດ້ວຍຄະນະເຂົ້າຮ່ວມເປັນສັກຂີພິຍານ.
Editor: ດາວໄຊ ສີວິໄລ