ໃນວັນທີ 19 ກໍລະກົດ ທີ່ຜ່ານມາ ເມືອງລະຄອນເພັງ, ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກ ສັດນໍ້າ-ສັດປາ ຂຶ້ນ ຢູ່ທີ່ອ່າງເກັບນ້ໍາວັງແຄນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ-ເຈົ້າເມືອງໆ ລະຄອນເພັງ ມີການນໍາພັກ-ລັດຂອງເມືອງ, ຂະແໜງການກ່ຽວຂ້ອງຂອງແຂວງ, ພະນັກງານລັດຖະກອນ ແລະ ມວນຊົນຊາວເມືອງ ລະຄອນເພັງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ໄຊຊະນະ ສີສະຫວັດ, ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງໄດ້ລາຍງານວ່າ: ສະເພາະປີ 2016 ທົ່ວເມືອງລະຄອນເພັງ ໄດ້ປ່ອຍປາ ທັງໝົດ 114.000 ໂຕ ( ປ່ອຍໃນວັນອະນຸລັກສັດນ້ໍາ-ສັດປ່າ 60.000 ໂຕ ແລະ ພໍ່ແມ່ປະຊາຊົນປ່ອຍຕາມໜອງ, ຕາມໄຮ່ນາ ແລະ ບ່ອນມີເງື່ອນໄຂ 54.000 ໂຕ.) ແລະ ສໍາລັບປີ 2017 ເມືອງລະຄອນເພັງ ມີແຜນສູ້ຊົນປ່ອຍປາ ໃຫ້ໄດ້ທັງໝົດ 2 ແສນໂຕ. ( ປຸກລະດົມປະຊາຊົນປ່ອຍ ຕາມບ່ອນມີເງື່ອນໄຂໃຫ້ໄດ້ 120.000 ໂຕ ແລະ ປ່ອຍໃນໂອກາດວັນອະນຸລັກສັດນໍ້າ-ສັດປາ 80.000 ໂຕ)..
ເຊິ່ງ ປາ ທີ່ນໍາມາປ່ອຍທັງຫມົດ ມີຈໍານວນ 80.000 ໂຕ ໃນນີ້ ປະກອບມີ: ປາປາກ 25.000 ໂຕ, ປາໃນ 15.000 ໂຕ, ປານວນຈັນ 20.000 ໂຕ ແລະ ປາຈີນ 20.000 ໂຕ.
Editor: ດາວໄຊ ສີວິໄລ