ພາຍຫຼັງທີ່ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຫັນດີຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກອງທຶນທາງປະຊາຊົນ ນະຄອນຫຼວງວຽງຈັນໃນກອງປະຊຸມຜ່ານມາ ໂດຍຈະເປັນການທົດລອງຈັດຕັ້ງປະຕິບັດເລີ່ມແຕ່ປີ 2018 - 2020.
ຫລາຍຄົນຈິ່ງສົນໃຈວ່າປັດຈຸບັນຕົວເລກພາຫະນະໃນນະຄອນຫຼວງວຽງຈັນມີຫລາຍປານໃດແລ້ວ ແລະ ຫາກການຈັດຕັ້ງປະຕິບັດແທ້ ຈະສາມາດເກັບເງິນເຂົ້າກອງທຶນທາງປະຊາຊົນນະຄອນຫຼວງວຽງຈັນຫຼາຍປານໃດ.
ຫລ້າສຸດອີງຕາມການເປີດເຜີຍຕົວເລກຂອງກອງຄຸ້ມຄອງພາຫະນະແລະການຂັບຂີ່(ທົ່ງປົ່ງ) ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ມາຮອດປັດຈຸບັນນະຄອນຫຼວງວຽງຈັນ ມີລົດທີ່ໄດ້ຂຶ້ນທະບຽນທັງຫມົດ 8 ແສນກວ່າຄັນ. ລົດຈັກ 564,788 ຄັນ, ລົດສາມລໍ້ 3,406 ຄັນ, ລົດເກັ໋ງ 55,891 ຄັນ, ລົດກະບະ 113,048 ຄັນ, ລົດຈິບ 24,828, ລົດຕູ້ 29,869 ຄັນ, ລົດບັນທຸກ 31,202 ຄັນ, ລົດໂດຍສານ 1,930 ຄັນ (ຕົວເລກນີ້ແມ່ນລວມທັງຫມົດທັງລົດສະຖານທູດ,ຊ່ຽວຊານ ແລະ ລົດສະຖາບັນການເງິນ)
ກອງທຶນທາງປະຊາຊົນນະຄອນຫຼວງວຽງຈັນ ແມ່ນຈະໄດ້ເກັບເພີ່ມຄ່າບໍລິການມາດຕະຖານເຕັກນິກພາຫະນະ (ລົດ) ທຸກປະເພດແມ່ນ ປີລະ 1 ຄັ້ງຕໍ່ຄັນ ຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດ ທີ່ຂຶ້ນທະບຽນຢູ່ນະຄອນຫຼວງວຽງຈັນຫຼວງ.
ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິາການ ແລະ ຂົນສົ່ງ ໄດ້ກ່າວວ່າ: ເງິນທີ່ໄດ້ 74% ແມ່ນຈະນຳໄປໃຊ້ບູລະນະສ້ອມແປງຖະໜົນຫົນທາງ, ຮ່ອງລະບາຍນ້ຳ ພາຍໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ແລະ ຈຳນວນ 25% ແມ່ນຈະຊໍາລະໜີ້ສິນການກໍ່ສ້າງເສັ້ນທາງທີ່ນະຄອນຫຼວງ ທີ່ໄດ້ຈັດຕັ້ງປະຕິບັດໃນລະຍະຜ່ານມາແຕ່ຍັງບໍ່ທັນໄດ້ຊຳລະໝົດເທື່ອ ແລະ ການກໍ່ສ້າງທາງແມ່ນ (ບໍ່ກວມເອົາເສັ້ນທາງຫຼວງແຫ່ງຊາດ ໃນເຂດນະຄອນຫຼວງວຽງຈັນ ທີ່ສູນກາງຄຸ້ມຄອງ) ແລະ ໃຊ້ເຂົ້າໃນວຽກງານຄຸ້ມຄອງ-ບໍລິຫານກອງທຶນ 1%.(ການເກັບແມ່ນ ຈະຍົກເວັ້ນສະເພາະລົດນັກການທູດ ແລະ ອົງການຈັດຕັ້ງສາກົນ )
ຫາກເອົາຕົວເລກທັງຫມົດ ມາຄິດໄລ່ຕາມຄ່າທຳນຽມຂ້າງເທິງ ໂດຍຄິດໄລ່ທີ່ຄວາມແຮງຕໍາສຸດຂອງແຕ່ລະປະເພດລົດ ກອງທຶນທາງຈະເກັບໄດ້ບໍ່ຕໍ່າ 160 ຕື້ກີບ ຫລື ປະມານ 20 ລ້ານໂດລາສະຫະລັດຕໍ່ປີ. ນີ້ຍັງບໍ່ລວມລົດຕ່າງແຂວງແຕ່ມາປະຈຳການ, ດຳເນີນທຸລະກິດ ຢ່າງເປັນປົກກະຕິຢູ່ນະຄອນຫຼວງ.
ສໍາລັບພົນລະເມືອງຂອງນະຄອນຫຼວງວຽງຈັນ ຕາມການສຳຫຼວດຄັ້ງຫລ້າສຸດໃນປີ2015 ມີທັງຫມົດ 821,000ຄົນ ມີ165,000 ຄົວເຮືອນ.
Editor: ດາວໄຊ ສີວິໄລ